ຫວຽດນາມ ຢາກເພີ່ມທະວີ ການຮ່ວມມືກະສິກຳກັບແຂວງ Niigata, ປະເທດ ຍີ່ປຸ່ນ


ຫວຽດນາມ ຢາກເພີ່ມທະວີ ການຮ່ວມມືກະສິກຳກັບແຂວງ Niigata, ປະເທດ ຍີ່ປຸ່ນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ ແລະທ່ານ Hirohiko Izumida, ຜູ້​ວ່າການ​​​ແຂວງ Niigata

(vovworld) - ຜະລິດ​ກະສິກຳ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ການທ່ອງທ່ຽວ ​ແມ່ນ​ບັນດາ​ຂົ​ງ​ເຂດ​ເຊິ່ງ ຫວຽດນາມ ​ແລະ ​ແຂ​ວງ Niigata ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ດ່ວານ​ຊວນ​ຮື​ງ ​ໄດ້​ເນ​ັ້ນໜັກ​ຄື​ດັ່ງກ່າວໃນ​ການ​ຢ້ຽມຢາມ​ແຂວງ Niigata ​ໃນ​ລະ​ຫວ່າງ​ວັນ​ທີ 26 – 28/4. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ ກັບ ຜູ້​ວ່າການ​​​ແຂວງ Niigata, ທ່ານ Hirohiko Izumida, ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮື​ງ ​ຢືນຢັນ​ວ່າ: ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ພວມ​ຢູ່ໃນ​ໄລຍະ​ພັດທະນາ​ດີ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, 2 ປະ​ເທດ​ແມ່ນ​ເພື່ອນ​ມິດ​ທີ່​ສະໜິດສະໜົມ, ການ​ນຳ ຍີ່ປຸ່ນ ​ຖືຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ​້​ເນື້ອ​ເຊື່ອ​​ໃຈ​ຢູ່ ອາຊີ ​ແລະ ກົງກັນຂ້າມ. ທ່ານ​ເອກ​ອັກຄະ​ລັດຖະທູດ ດ່ວານ​ຊວນ​ຮື​ງ ຫວັງ​ວ່າ​ຜູ້​ວ່າການ​​​ແຂວງ ​ແລະ ບັນດາ​ວິ​ສາ​ຫະກິດແຂວງ Niigata ຈະ​ມາ​ຢ້ຽມຢາມ ຫວຽດນາມ ​​ໂດຍ​ໄວເພື່ອຊອກ​ຮູ້​ຕື່ມ​ກ່ຽວ​ກັບ​ກາລະ​ໂອກາດ​ຮ່ວມ​ມື, ລົງທຶນ, ​ພ້ອມ​ທັງ​ຊຸກຍູ້​ການ​ພົບ​ປະ​​ແລກປ່ຽນ​ວັດທະນະທຳ ​ແລະ ພົບ​ປະ​ແລກ​ປ່ຽນ​ປະຊາຊົນ. ທ່ານຜູ້​ວ່າການ​​​ແຂວງ Izumida ຖື​ວ່າ: ບັນດາ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້​ເຊິ່ງລວມມີ​ແຂວງ Niigata ພວມ​ມີ​ກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​ລົງທຶນ​ເຂົ້າ ຫວຽດນາມ, ປະຈຸ​ບັນ​ໄດ້​ມີ​ສະຫະ​ສະມາຄົມ ວິ​ສາ​ຫະກິດ Niigata ປະຈຳ ຫວຽດນາມ ​ແລ້ວ.

ຂ່າວ/ບົດ​ອື່ນ