ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ພະ​ລັງ​ງານ

(VOVWORLD) -ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຄົ້ນຄ້ວາທິດທາງການຮ່ວມມືພັດທະນາໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມແລ້ວທີ່ຈະສົມທົບ, ໜູນຊ່ວຍການແລກປ່ຽນຂອງບັນດາອົງການ ແລະ ວິສາຫະກິດທີ່ກ່ຽວຂ້ອງຂອງສອງຝ່າຍເມື່ອມີຄວາມຈຳເປັນ.  
ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ພະ​ລັງ​ງານ - ảnh 1, ທ່ານ ດິ່ງຮ່ວາງອານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ  ແລະ ທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ປະຈຳ ຫວຽດນາມ

ຕາມການສະເໜີຂອງ ສະຖານທູດ ລາຊະອານາຈັກອັງກິດ ປະຈຳຫວຽດນາມ ແລ້ວ, ທ່ານ ດິ່ງຮ່ວາງອານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫາກໍ່ມີການເຮັດວຽກກັບທ່ານ Gareth Ward ເອກອັກຄະລັດຖະທູດ ລາຊະອານາຈັກອັງກິດ ປະຈຳ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຮ່ວມມືໃນຂົງເຂດການຄ້າ ແລະພະລັງງານລະຫວ່າງ ສອງປະເທດ.

        ທີ່ການພົບປະ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບເລື່ອງ ສັນຍາ ການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ (UKVFTA) ມີຜົນສັກສິດ ແລະ ໄດ້ນຳໃຊ້ຊົ່ວຄາວເລີ່ມແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ ທີ່ມີຄວາມໝາຍຢ່າງຍິ່ງ, ໝັ້ນໝາຍວ່າ ຈະແມ່ນກຳລັງໜູນໃໝ່ໃນການພັດທະນາການພົວພັນທີ່ດີງາມລະຫວ່າງການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ລາຊະອານາຈັກອັງກິດ.

ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ສະຖານທູດ ອັງກິດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພື່ອແນໃສ່ຜັນຂະຫຍາຍສັນຍາ UKFTAຢ່າງມີປະສິດທິຜົນ, ເສີມຂະຫຍາຍໄດ້ກຳລັງຄວາມສາມາດຊ່ວຍເຫຼືອເຊິ່ງກັນແລະກັນກ່ຽວກັບໂຄງປະກອບສິນຄ້າ ລະຫວ່າງສອງປະເທດ, ຍົກສູງວົງເງິນການຄ້າສອງຝ່າຍໃຫ້ຫຼາຍກ່ວາອີກ.

        ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຄົ້ນຄ້ວາທິດທາງການຮ່ວມມືພັດທະນາໃນຂົງເຂດພະລັງງານຜະລິດຄືນໃໝ່ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມແລ້ວທີ່ຈະສົມທົບ, ໜູນຊ່ວຍການແລກປ່ຽນຂອງບັນດາອົງການ ແລະ ວິສາຫະກິດທີ່ກ່ຽວຂ້ອງຂອງສອງຝ່າຍເມື່ອມີຄວາມຈຳເປັນ.  

ຕອບກັບ

ຂ່າວ/ບົດ​ອື່ນ