ຫວຽດນາມ, ລາວ, ກຳປູເຈຍ ເຊັນບົດບັນທຶກຊ່ວຍຈຳຮ່ວມມືຂົນສົ່ງທາງບົກ

ຫວຽດນາມ, ລາວ, ກຳປູເຈຍ ເຊັນບົດບັນທຶກຊ່ວຍຈຳຮ່ວມມືຂົນສົ່ງທາງບົກ - ảnh 1
ດ່ານຊາຍແດນ ລາວບາວ ແຂວງ ກວາງຈີ້
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 16 – 17/1 ຢູ່​ແຂວງ ປາກ​ເຊ - ຈຳປາ​ສັກ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂອງ​ລັດຖະມົນຕີ​ກະຊວງ​​ຄົມມະນາຄົມຂົນ​ສົ່ງ 3 ປະ​ເທ​ດ: ຫວຽດນາມ, ລາວ ​ແລະ ກຳປູ​ເຈຍ ກ່ຽວ​ກັບ​ການ​ຮ່ວມ​ມື​ຂົນ​ສົ່ງ​ທາງບົກ. 3 ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຂົນ​ສົ່ງ​ທາງບົກ, ​ຕາມ​ນັ້ນ​ແລ້ວ, ຈະ​​ອະ​ນຸຍາດໃຫ້ພາຫະນະ​ຂົນ​ສົ່ງ​ຂອງ​ບັນດາ​ປະ​ເທດ ​ໄດ້​ໄປ​ - ມາ​ຜ່ານ​ຊາຍ​ແດນ​ຂອງ​ຝ່າຍ​ຕ່າງໆ​, ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່ການ​ຂົນ​ສົ່ງ​ຄົນ ​ແລະ ສິນຄ້າ, ຂຸດ​ຄົ້ນ​ທ່າ​ກຳ່​ປັ່ນຢູ່​ແຕ່ລະ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ສະດວກ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ເຂດ 3 ລ່ຽມ​ພັດທະນາ​ລະຫວ່າງ  3 ປະ​ເທດ, ຊຸກຍູ້​ພາລະກິດ​ລົບ​ລ້າງ​ຄວາມ​ອຶດ​ຫິດ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ທີ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ນີ້​ໂດຍ​ໄວ. ນີ້​ແມ່ນ​ຄວາມ​ພະຍາຍາມ​ອັນ​​ໃຫຍ່​ຫຼວງ​ຂອງ​ກະຊວງ​ຄົມມະນາຄົມ ຂົນ​ສົ່ງ 3 ປະ​ເທດ​ພາ​ຍຫຼັງ​ຄົ້ນ​ຄ້ວາ​, ສຳ​ຫຼວດ​ເສັ້ນທາງ​ຕ່າງໆມາ​ເປັນ​ເວລາ​ຫຼາຍ​ປີ, ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ຄົມມະນາຄົມ​ທາງບົກ, ປະກອບສ່ວນ​​ເພີ່ມ​ທະວີ​ສາຍ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ​ລະຫວ່າງ 3 ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ