ຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນກ່ຽວກັບການກວດສອບບັນຊີ

ຫວຽດນາມ - ລາວ - ກຳປູເຈຍ ແລກປ່ຽນບົດຮຽນກ່ຽວກັບການກວດສອບບັນຊີ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 6 ບັນດາ​ຜູ້ນຳ​ອົງການ​ກວດ​ສອບ​ບັນຊີ
ລະຫວ່າງ 3 ປະ​ເທດຫວຽດນາມ - ລາວ - ກຳປູ​ເຈຍ
(ພາບ: kpl.net.la)


(vovworld) – ວັນ​ທີ 11/11, ກອງ​ປະຊຸມ​ຄັ້ງ​ທີ 6 ບັນດາ​ຜູ້ນຳ​ອົງການ​ກວດ​ສອບ​ບັນຊີລະຫວ່າງ 3 ປະ​ເທດຫວຽດນາມ - ລາວ - ກຳປູ​ເຈຍ ​ໄດ້ດຳ​ເນີນ​​ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ສາດສະດາຈານ, ດ.ຣ ດວ່ານຊວນ​ຕຽນ, ຮອງ​ຫົວໜ້າ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ ນຳ​ໜ້າ. ດ້ວຍ​ເນື້ອ​​ໃນ​ ​ປະຕິບັດ​ມາດຕະຖານກວດ​ສອບ​ບັນຊີ​ສາກົນ​ (ISSAI) ນຳ​ໃຊ້​ຢູ່​ໃນ​ແຕ່ລະ​ປະ​ເທດ​, ບັນດາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ແບ່ງປັນ​ບົດຮຽນ​ເນື້ອ​ໃນ​ຕ່າງໆ​ໃນລະບົບ ມາດຕະຖານສອບ​ບັນຊີ​ສາກົນ; ​ເຫັນ​ດີ​ອີງ​ໃສ່​ພື້ນຖານ​ລະບົບ​ຂອງ ISSAI ​ເພື່ອ​ກໍ່ສ້າງ, ປະກາດ​ໃຊ້​ລະດັບມາດຕະຖານ​ການກວດ​ສອບ​ບັນຊີ ​ແລະ ນຳ​ໃຊ້​ມາດຕະຖານ ISSAI ​ເຂົ້າ​ໃນພຶດຕິ​ກຳ​ຕົວ​ຈິງ​ໃຫ້​​ເໝາະ​ສົບ​ກັບ​ແຕ່ລະ​ປະ​ເທດ. ບັນດາ​ບົດຮຽນ​ຂອງ​ອົງການ​ກວດ​ສອບ​ບັນຊີ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ລາວ ​ແລະ​ ກຳປູ​ເຈຍ ກໍ່​ຄື​ບັນດາ​ນັກອຸປະ​ຖຳ. ກອງ​ປະຊຸມ​ຄັ້ງ​ທີ 7 ຈະ​​ຈັດ​ຂຶ້ນ​ໃນ​ປີ 2015 ຢູ່ຫວຽດນາມ.

ຂ່າວ/ບົດ​ອື່ນ