ຫວຽດນາມ - ລາວ ເພີ່ມທະວີ ການຮ່ວມມືໃນຂົງເຂດແຮງງານ ແລະ ສັງຄົມ

ຫວຽດນາມ - ລາວ ເພີ່ມທະວີ ການຮ່ວມມືໃນຂົງເຂດແຮງງານ ແລະ ສັງຄົມ - ảnh 1
(ທ່ານ​ນາງ​ລັດຖະມົນຕີກະຊວງ​ແຮງ​ງານ -
 ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ Pham Hai Chuyen )


(vovworld) -     ຕອນ​ບ່າຍ​ວັນ​ທີ 17/10, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ​ຫວຽດນາມ ​ໂດຍ​ທ່ານ​ນາງ​ລັດຖະມົນຕີ Pham Hai Chuyen ​ນຳໜ້າໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ນາງລັດຖະມົນ​ຕີວ່າການ​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການສັງຄົມລາວ ອ່ອນ​ຈັນ ທຳ​ມະ​ວົງ, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​​ໃນ​ລະຫວ່າງ​ວັນ​ທີ 17 – 19/10. ສອງ​ຝ່າຍ​ໄດ້​ແຈ້ງ​​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ຕີ​ລາຄາ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໝາກຜົນ​ການ​ຮ່ວມ​ມື​ອັນ​ດີງາມ​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ສອງ​ກະຊວງ​ນັບ​ມື້​ນັບ​ເລິກ​ເຊິ່ງ​ກວ້າງຂວາງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສືບ​ຕໍ່​ຊຸກ​ຍູ້​ການ​​ເຈລະຈາ​ສັນຍາ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ແຮງງານ; ຈັດ​ຕັ້ງ​ການ​ຍ້ອງຍໍ​ມອບ​ລາງວັນເນື່ອງ​ໃນ​ໂອກາດ 50 ປີ​ແຫ່ງ​ການ​ຮ່ວມ​ມື​ໃນ​ທ້າຍ​ເດືອນ 12 ຈະ​ມາ​ເຖິງ​ຢູ່​ຫວຽດນາມ; ສົມ​ທົບກັນ​ກະກຽ​ມຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ແຮງ​ງານ ​ແລະ ສັງຄົມ​ຄັ້ງ​ທີ 3, ຊຸກຍູ້​​ແຜນການ​ລົງທຶນກໍ່ສ້າງສູນ​ສອນ​ວິຊາ​ຊີບຢູ່ ອຸດົມ​ໄຊ ດ້ວຍ​ຂອບ​ຂະໜາດ​ບັນຈຸ​ນັກຮຽນ​ໄດ້ 500 ຄົນ/ປີ ​ແລະ ​ແຜນການ​ກໍ່ສ້າງ​ສູນຜ່າຕັດ, ຟື້ນ​ຟູ​ອະ​ໄວຍະ​ວະໃຫ້​ທະຫານ​ເສຍອົງຄະ ​ແລະ ຄົນ​ພິການ​ຢູ່​ບ້ານ​ເກີນ, ​ແຂວງ​ວຽງ​ຈັນ; ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງ​ແຫຼ່​ງຊັບພະຍາກອນ​ມະນຸດ​ພ້ອມ​ກັບ​ບັນດາ​ຂົງ​ເຂດ​ອື່ນໆ.

ຂ່າວ/ບົດ​ອື່ນ