ຫວຽດ​ນາມ - ລາວ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ການ​ຮ່ວມ​ມື​ຢູ່ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ

(VOVWORLD) -   ການນຳສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເນັ້ນໜັກວ່າ ຕ້ອງສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງຍຸດທະສາດ ວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ. 
ຫວຽດ​ນາມ - ລາວ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ການ​ຮ່ວມ​ມື​ຢູ່ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.

        ນະທີ່ນີ້, ການນຳສອງທ່ານໄດ້ເຫັນດີເປັນເອກະສັນຕໍ່ທິດທາງການຮ່ວມມືໃນໄລຍະຈະມາເຖິງ ແລະ ເນັ້ນໜັກວ່າ ຕ້ອງສົມທົບກັນປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຜັນຂະຫຍາຍສົນທິສັນຍາວ່າດ້ວຍການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງຍຸດທະສາດ ວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030 ຢ່າງມີປະສິດທິຜົນ. ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດສະຫະປະຊາຊາດ, ສະມາຄົມ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນ ແນໃສ່ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຫວຽດ​ນາມ - ລາວ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ແລະ ການ​ຮ່ວມ​ມື​ຢູ່ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ - ảnh 2ການນຳສອງທ່ານກໍໄດ້ເຫັນດີສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ລາວ ໃນບັນດາເວທີປາໄສຫຼາຍຝ່າຍ (ພາບ: TTXVN)
 ນອກຈາກນັ້ນ, ການນຳສອງປະເທດກໍໄດ້ແລກປ່ຽນກ່ຽວກັບບັນດາວິທີການລະອຽດ ເພື່ອຊຸກຍູ້ສາຍພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ພ້ອມທັງເຫັນດີສະໜັບສະໜູນລັດຖະບານສອງປະເທດສືບຕໍ່ຍູ້ແຮງການຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນລະຫວ່າງສອງປະເທດ ເປັນຕົ້ນແມ່ນ ທ່າກ່ຳປັ່ນ ຫວູງອ໊າງ 1,2,3, ເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ເສັ້ນທາງລົດໄຟ ວຽງຈັນ - ຫວູງອ໊າງ, ສວນອຸດທິຍານມິດຕະພາບ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ສະໜາມບິນ ໜອງຄ້າງ, ໂຮງໝໍ ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ.

        ໃນຕອນບ່າຍຂອງວັນດຽວກັນ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບທ່ານ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ; ທ່ານ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແລະ ທ່ານ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ. ຫຼັງຈາກນັ້ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຍັງໄດ້ໃຫ້ການຕ້ອນຮັບທ່ານປະທານສູນກາງແນວລາວສ້າງຊາດ ສິນລະວົງ ຄຸດໄພທູນ ແລະ ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ຄຳໃບ ດຳລັດ.

        ຕອນຄ່ຳວັນທີ 9 ສິງຫາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເປັນເຈົ້າພາບຈັດຕັ້ງງານລ້ຽງຕ້ອນຮັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງສົມກຽມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ