ຫວຽດ​ນາມ - ລາ​ວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ສື່ມວນ​ຊົນ

(VOVWORLD) -   ຕອນເຊົ້າວັນທີ 17 ສິງຫາ ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ລາວ ໄດ້ເຂົ້າອວຍພອນສະມາຄົມນັກຂ່າວ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ລາວ ຄົບຮອບ 71 ປີ (13/08/1950 – 13/08/2021).
ຫວຽດ​ນາມ - ລາ​ວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ສື່ມວນ​ຊົນ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການສື່ມວນຊົນ ຫວຽດນາມ ປະຈຳ ລາວ ອວຍພອນສະມາຄົມນັກຂ່າວ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນ ລາວ ຄົບຮອບ 71 ປີ (ພາບ: VOV)

ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາອົງການສື່ມວນຊົນລາວ ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ພັດທະນາປະເທດ ລາວ ໃນຕະຫຼອດໄລຍະ 71 ປີ ຜ່ານມາ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ຢັ້ງຢືນວ່າ ໃນໄລຍະກວ່າ 7 ທົດສະວັດຜ່ານມາ, ສື່ມວນຊົນລາວ ບໍ່ພຽງແຕ່ປະຕິບັດວຽກງານໂຄສະນາ, ເຜີຍແຜ່ບັນດາແນວທາງ, ແຜນນະໂຍບາຍຂອງພັກ, ລັດ ລາວ ສູ່ປະຊາຊົນ ແລະ ເພື່ອນມິດສາກົນໄດ້ເປັນຢ່າງດີເທົ່ານັ້ນ, ຫາກຍັງມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ອີກດ້ວຍ.

        ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ປາດຖະໜາວ່າ ບັນດາອົງການສື່ມວນຊົນຂອງ ລາວ ແລະ ຫວຽດນາມ ຈະສືບຕໍ່ຍູ້ແຮງການໂຄສະນາ, ເຜີຍແຜ່ກ່ຽວກັບສາຍພົວພັນລະຫວ່າງສອງປະເທດ; ສືບຕໍ່ຮ່ວມມື ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການສື່ມວນຊົນຫວຽດນາມ ປະຈຳ ລາວ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກໍຈະໃຫ້ການໜູນຊ່ວຍສູງສຸດ ໃຫ້ແກ່ບັນດາອົງການສື່ມວນຊົນ ລາວ ເພື່ອນັບມື້ນັບພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ