ຫວຽດ​ນາມ ສົ່ງ​ອ​ອກ​ເຂົ້າ​ສານງວດ​ທຳ​ອິດ​ໄປ​ຍັງ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

(VOVWORLD) -ການສົ່ງອອກເຂົ້າສານສືບຕໍ່ເພີ່ມຂຶ້ນ, ນອກຈາກບັນດາຕະຫຼາດເດີມແລ້ວ ບັນດາຕະຫຼາດທີ່ມີຄວາມບົ່ມຊ້ອນກໍຈະມີການພັດທະນາ.

ວັນທີ 13 ມັງກອນ, ຢູ່ສຳນັກງານບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຢີສູງ ຈູງອານ, ນະຄອນເກີ່ນເທີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນນະຄອນ ຈັດຕັ້ງພິທີສົ່ງອອກເຂົ້າສານງວດທຳອິດໃນປີ 2021 ຂອງ ຫວຽດນາມ ໄປຍັງ ມາເລເຊຍ ແລະ ສິງກະໂປ ດ້ວຍປະລິມານ 1.600 ໂຕນ. ນີ້ແມ່ນສອງຕະຫຼາດທີ່ນອນໃນກຸ່ມ 10 ປະເທດມີວົງເງິນສົ່ງອອກຫຼາຍສຸດໃນວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ.

ຫວຽດ​ນາມ ສົ່ງ​ອ​ອກ​ເຂົ້າ​ສານງວດ​ທຳ​ອິດ​ໄປ​ຍັງ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ - ảnh 1ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລກວັກແຢວງ ກວ່າຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລກວັກແຢວງ ຢັ້ງຢືນວ່າ, ການສົ່ງອອກເຂົ້າສານສືບຕໍ່ເພີ່ມຂຶ້ນ, ນອກຈາກບັນດາຕະຫຼາດເດີມແລ້ວ ບັນດາຕະຫຼາດທີ່ມີຄວາມບົ່ມຊ້ອນກໍຈະມີການພັດທະນາ. ສະນັ້ນ, ພວກເຮົາຕ້ອງເອົາໃຈໃສ່ເຖິງການພັດທະນາຜະລິດຕະພັນທີ່ມີມູນຄ່າເສດຖະກິດສູງ ແລະ ເປັນມິດກັບສິ່ງແວດລ້ອມ, ເພີ່ມທະວີການປຸງແຕ່ງ ເພື່ອສ້າງມູນຄ່າເພີ່ມ ແລະ ຍາດແຍ່ງບັນດາບຸລິດມະສິດກ່ຽວກັບພາສີອາກອນຈາກ ສັນຍາການຄ້າເສລີນຳມາໃຫ້ເປັນຢ່າງດີ.

        “ສືບຕໍ່ຮ່ວມສຳພັນຊາວກະສິກອນ ກັບທ້ອງຖິ່ນ ແລະ ສະຫະກອນ ຢ່າງແໜ້ນແຟ້ນ, ແທດຈິງ, ຮອບດ້ານ ແລະ ສ້າງລະບົບມູນຄ່າຢ່າງແທ້ຈິງ, ຜ່ານນີ້ຍົກສູງສະມັດຕະພາບ, ຄຸນນະພາບ, ຫຼຸດຄ່າໃຊ້ຈ່າຍໃນການຜະລິດລົງ, ເພີ່ມລັກສະນະແກ້ງແຍ້ງ ແລະ ພວກເຮົາກໍຕອບສະໜອງໄດ້ຕາມບັນດາຄຳຮຽກຮ້ອງຂອງປະເທດນຳເຂົ້າຢ່າງຄົບຖ້ວນ ກໍຄື ຍົກສູງທີ່ຕັ້ງບົດບາດ ແລະ ຄຸນຄ່າຂອງເຂົ້າສານ ຫວຽດນາມ ໃນຕະຫຼາດສາກົນ”.

        ທ່ານ ເລກວັກແຢວງ ກໍໃຫ້ຮູ້ວ່າ: ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຍາມໃດກໍສະໜັບສະໜູນບັນດາວິສາຫະກິດ, ທ້ອງຖິ່ນ ສ້າງລະບົບຮ່ວມສຳພັນຜະລິດ ເພື່ອແນໃສ່ສ້າງຜະລິດຕະພັນມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ