ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບທີ່ດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ

(vovworld) - ຕາມ​ກະ​ຊວງ​ແຜນ​ການ​ ແລະ ການ​ລົງ​ທຶນ ແລ້ວ, ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ສະ​ໜອງ​ໃໝ່, ເພີ່ມ​ເຕີມ ແລະ ການ​ປະ​ກອບ​ທຶນ​ຊື້​ຫຸ້ນ​ໃນ 4 ເດືອນ​ຜ່ານ​ມາ​ບັນ​ລຸ 10 ຕື້ 950 ລ້ານ USD. ທ່ານ ຫງວຽນ​ວັນ​ຕ່​ວານ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຕ່າງ​ປະ​ເທ​ດ, ໃຫ້​ຮູ້​ວ່າ:

        “ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ​ປີ 2017 ມ​ີ​ບັນ​ດາ​ສັນ​ຍານ​ດີ​ຂຶ້ນ, ພິ​ເສດ​ແມ່ນນອກ​ຈາກ ສ. ເກົາຫຼີ, ຍີ່​ປຸ່ນ, ສິງ​ກະ​ໂປ, ຈີນ, ຫວຽດ​ນາມ ຍັງ​ໄດ້​ຮັບ​ການ​ລົ​ງ​ທຶນ​ຈາກ ເອີ​ລົບ, ຍ້ອນ​ວ່າ ເອີ​ລົບ ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ Brexit ແລະ ເຂົາ​ເຈົ້າ​ພວມ​ໝູນ​ໃຊ້​ບັນ​ດາ​ສັນ​ຍາ​ການ​ຄ້າ 2 ຝ່າຍ ແລະ ຫຼາຍ​ຝ່າຍທີ່​ລົງ​ນາມ​ຢູ່​ແລ້ວ ເພື່​ອ​ທົດ​ແທນ​ໃຫ້​ບັນ​ດາ​ຜົນ​ເສຍ​ຫາຍ​ໃນ​ຂະ​ນະ​ທີ່ ອັງ​ກິດ ຖອນ​ອອກ​ຈາກສະ​ຫະ​ພາບ ເອີ​ລົບ (ອີ​ຢູ). ການ​ພົວ​ພັນ​ຄ້າ​ຂາຍ ຫວຽດ​ນາມ - ອີ​ຢູ ຈະ​ປະ​ສົບ​ກັບ​ຄວາມ​ສະ​ດວກ​ກ່​ວາ. ຢາກ​ເຮັດ​​ໄດ້​ສິ່ງ​ດັ່ງ​ກ່າວ ພວກ​ເຮົາ​ຕ້ອງ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໃຫ້​ດີ​ທີ່​ສຸດ, ສ້າງ​ສະ​ພາບ​ແວດ​ລ້ອມ ດ້ານ​ນິ​ຕິ​ທຳ, ​ມີລັກ​ສະ​ນະ​ກະ​ຈ່າງ​ແຈ້ງ, ​ມີ​ສິດ​ຊັບ​ສິນ​ທາງ​ປັນ​ຍາ.​”


ຕອບກັບ

ຂ່າວ/ບົດ​ອື່ນ