ທ່ານເອກອັກຄະລັດຖະທູດເລຮ່ວາຍຈູງ
ພາບ:TTX
(vovworld) - ວັນທີ 16/2 ກ່າວຄຳເຫັນໃນການປະຊຸມຂອງສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິກ່ຽວກັບສະພາບການຢູ່ ຊີຣີ, ທ່ານ ເລຮ່ວາຍຈູງ ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າຂອງຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຂອງ ຫວຽດນາມ ກ່ຽວກັບສະພາບໃຊ້ຄວາມຮຸນແຮງ, ຂາດຄວາມສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ທີ່ພວມເພີ່ມຂຶ້ນຢູ່ ຊີຣີ ກໍ່ຜົນສະທ້ອນຢ່າງຫນັກຫນ່ວງເຖິງປະຊາຊົນ, ທ່ານຍັງແບ່ງປັນຄວາມປາດຖະຫນາລວມ ຂອງປະຊາຄົມສາກົນວ່າ ຢາກບັນດາຝ່າຍກ່ຽວຂ້ອງຄວນລະງັບໃຈ, ຢຸດຕິສະພາບໃຊ້ຄວາມຮຸນແຮງ, ຊອກຫາມາດຕະການດ້ານການເມືອງ ຜ່ານການໂອ້ລົມສົນທະນາ ກໍ່ສ້າງ ແລະ ໄກ່ເກຍປອ່ງດອງຊາດ ໃຫ້ສອດຄອ່ງກັບຄວາມ ມຸ້ງມາດປາດຖະຫນາຂອງປະຊາຊົນ ຊີຣີ. ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ ຢືນຢັນວ່າ: ບັນດາປະເທດ ຄວນເຄົາລົບບັນດາຈຸດໝາຍ, ຫລັກການຂອງກົດບັດ ສປຊ, ກົດໝາຍສາກົນ ພິເສດ ແມ່ນບັນດາຫລັການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງບັນດາປະເທດ, ແກ້ໄຂການປະທະກັນໂດຍສັນຕິວິທີ, ຮັບປະກັນສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ຊີຣີ ສະນັ້ນ ວິວັດການນີ້ ຕ້ອງແມ່ນປະຊາຊົນ ຊີຣີ ຕັດສິນເອງ.