ຫວຽດນາມ ສະເໜີ ອີຢູ ລົບລ້າງ “ບັດເຫຼືອງ” ສໍາລັບການສົ່ງອອກສິນໃນນໍ້າ

(VOVWORLD) -ຕອນບ່າຍວັນທີ 29 ຕຸລາ,  ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະກໍາມະການອາຊີບຫາປາ, ລັດຖະສະພາເອີຣົບ, ໂດຍທ່ານ Mato Gabriel, ສະມາຊິກລັດຖະສະພາ, ໂຄສົກຄະນະກໍາມະການອາຊີບຫາປາ ນໍາໜ້າ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຫວຽດນາມ ສະເໜີ ອີຢູ ລົບລ້າງ “ບັດເຫຼືອງ” ສໍາລັບການສົ່ງອອກສິນໃນນໍ້າ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ  ທ່ານ Mato Gabriel ສະມາຊິກລັດຖະສະພາ, ໂຄສົກຄະນະກໍາມະການອາຊີບຫາປາ (ພາບ: Thong Nhat/TTXVN)

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເອີຣົບ ແມ່ນເສົາຄໍ້າສໍາຄັນໃນການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບ ສະຫະພາບເອີຣົບ (ອີຢູ). ທ່ານ ຫງວຽນຊວນຟຸກ ສະເໜີ ທ່ານ Mato Gabriel ສະໜັບສະໜູນ ຫວຽດນາມ ເພື່ອໃຫ້ຄະນະກໍາມະການເອີຣົບ ພິຈາລະນາຄວາມຕັ້ງໜ້າ, ຄວາມມານະພະຍາຍາມຂອງຫວຽດນາມ ແລະລົບລ້າງບັດເຫຼືອງ ສໍາລັບການສົ່ງອອກສິນໃນນໍ້າຂອງຫວຽດນາມ ໄປຍັງ ອີຢູ ໂດຍໄວ. ທ່ານ ຫງວຽນຊວນຟຸກ ສະເໜີລັດຖະສະພາເອີຣົບ ສືບຕໍ່ສະໜັບສະໜູນແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

        ທ່ານ Mato Gabriel ກໍຕີລາຄາສູງ ເລື່ອງຫວຽດນາມເປັນຄູ່ຮ່ວມມືສໍາຄັນສໍາລັບເອີຣົບເວົ້າລວມ ແລະ ແຕ່ລະປະເທດສະມາຊິກຂອງ ອີຢູ ເວົ້າສະເພາະ. ທ່ານ Mato Gabriel ປາດຖະໜາວ່າ ສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ (EVFTA) ຈະໄດ້ຮັບການລົງນາມໂດຍໄວ, ຜ່ານນັ້ນ ກໍ່ຊຸກຍູ້ການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ ແລະ ການພົບປະແລກປ່ຽນວັດທະນະທໍາລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ