ຫວຽດນາມ ສະເໜີຂໍ້ລິເລີ່ມກ່ຽວກັບ “ທົດສະວັດສາກົນກ່ຽວກັບວັດທະນະທຳເພື່ອການພັດທະນາແບບຍືນຍົງ”
(VOVWORLD) - ລິເລີ່ມນີ້ໄດ້ເນັ້ນໜັກເຖິງເປົ້າໝາຍເສີມຂະຫຍາຍບົດບາດສຳຄັນຂອງວັດທະນະທຳໃນການຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງຢູ່ບັນດາປະເທດ.
(ທ່ານເອກອັກຄະລັດຖະທູດ ນາງ ຫງວຽນທິເວິນແອັງ) |
ວັນທີ 15 ຕຸລາ, ທີ່ກອງປະຊຸມຄັ້ງທີ 222 ຈັດຂຶ້ນຢູ່ ປາຣີ, ປະເທດ ຝລັ່ງ, ສະພາບໍລິຫານງານອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ເຫັນດີຮັບຮອງເອົາຂໍ້ລິເລີ່ມຂອງ ຫວຽດນາມ ສະເໜີສະຫະປະຊາຊາດພິຈາລະນາປະກາດ “ທົດສະວັດສາກົນກ່ຽວກັບວັດທະນະທຳເພື່ອການພັດທະນາແບບຍືນຍົງ” ໃນເວລາໄວທີ່ສຸດ, ໃຫ້ບຸລິມະສິດໄລຍະ 2027 – 2036.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນທິເວິນແອັງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO, ໃຫ້ຮູ້ວ່າ ຂໍ້ລິເລີ່ມນີ້ໄດ້ເນັ້ນໜັກເຖິງເປົ້າໝາຍເສີມຂະຫຍາຍບົດບາດສຳຄັນຂອງວັດທະນະທຳໃນການຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງຢູ່ບັນດາປະເທດ. ຕາມຂໍ້ກຳນົດ, ການສະເໜີດັ່ງກ່າວຈະສືບຕໍ່່ຍື່ນສະໜີຂຶ້ນກອງປະຊຸມສະມັດຊາໃຫຍ່ UNESCO ຄາດວ່າຈະຈັດຂຶ້ນໃນເດືອນ ພະຈິກ 2025, ແລະ ຕໍ່ຈາກນັ້ນສະມັດຊາໃຫຍ່ສະຫະປະຊາຊາດພິຈາລະນາຮັບຮອງເອົາໃນປີ 2026. ເລື່ອງສະພາບໍລິຫານງານ UNESCO ຮັບຮອງເອົາຂໍ້ລິເລີ່ມຂອງ ຫວຽດນາມ ນັ້ນແມ່ນບາດກ້າວທຳອິດທີ່ມີຄວາມໝາຍສຳຄັນ, ສ້າງພື້ນຖານເພື່ອກ້າວໄປເຖິງເລື່ອງປະກາດສ້າງຕັ້ງ “ທົດສະວັດສາກົນກ່ຽວກັບວັດທະນະທຳເພື່ອການພັດທະນາແບບຍືນຍົງ” ຢ່າງເປັນທາງການ.