ຫວຽດ​ນາມ ສະ​ໜັບ​ສະ​ໜູນ ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢ່າງ​ຮອບ​ດ້ານ​ຢູ່ ລີ​ບີ

(VOVWORLD) -ວັນທີ 24 ມີນາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ ແລະ ການເຄື່ອນໄຫວຂອງ ຄະນະໜູນຊ່ວຍຂອງ ສປຊ ປະຈຳ ລີບີ (UNSMIL).
ຫວຽດ​ນາມ ສະ​ໜັບ​ສະ​ໜູນ ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢ່າງ​ຮອບ​ດ້ານ​ຢູ່ ລີ​ບີ - ảnh 1ກອງປະຊຸມທາງອອນລາຍກ່ຽວກັບສະພາບການຢູ່ ລີບີ ຂອງສະພາຄວາມໝັ້ນຄົງ ສປຊ 

ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາສູງບັນດາຄວາມກ້າວໜ້າສຳຄັນກ່ຽວກັບການເມືອງ ແລະ ຄວາມໝັ້ນຄົງ ຢູ່ ລີບີ, ທ່ານຢັ້ງຢືນເຖິງການສະໜັບສະໜູນຂອງ ຫວຽດນາມ ຕໍ່ບາງມາດຕະການດ້ານການເມືອງຢ່າງຮອບດ້ານໂດຍ ຊາວລີບີ ນຳພາ ແລະ ເປັນເຈົ້າການ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ລີບີ. ທ່ານ ເອກອັກຄະລັດຖະທູດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີສືບຕໍ່ຜັນຂະຫຍາຍບັນດາມາດຕາຂອງຂໍ້ຕົກລົງຢຸດຍິງ, ມານະພະຍາຍາມຊຸກຍູ້ວິວັດການປ່ຽນຜ່ານ ເຊິ່ງມຸ່ງໄປສູ່ການເລືອກຕັ້ງ ຕາມຂັ້ນຕອນທີ່ໄດ້ວາງອອກ. ທ່ານກໍ່ຢັ້ງຢືນຄືນການສະໜັບສະໜູນຂອງ ຫວຽດນາມ ຕໍ່ UNSMIL ໃນການໜູນຊ່ວຍກົນໄກຕິດຕາມກວດກາຂໍ້ຕົກລົງຢຸດຍິງໂດຍ ຊາວລີບີ ນຳພາ ແລະ ເປັນເຈົ້າການ, ບົນພື້ນຖານສອດຄ່ອງກັບບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ ກ່ຽວກັບ ລີບີ.

        ຜູ້ຕາງໜ້າ ຫວຽດນາມ ໄດ້ຊົມເຊີຍຄວາມມານະພະຍາຍາມຂອງ UNSMIL, ທູດພິເສດ, ບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງ ໃນການຊຸກຍູ້ວິວັດການສ້າງສັນຕິພາບຢູ່ ລີບີໃນໄລຍະທີ່ຜ່ານມາ. ທ່ານກໍ່ຮຽກຮ້ອງໃຫ້ເພີ່ມທະວີບັນດາຄວາມມານະພະຍາຍາມ ປົກປ້ອງສາມັນຊົນ ຕໍ່ໜ້າຄວາມສ່ຽງຈາກວັດຖຸລະເບີດທີ່ຍັງຕົກຂ້າງ ໂດຍສົງຄາມກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ