ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ ແລະ ຫຼຸດ​ຜ່ອນ​ອາ​ວຸດ​ລ້າງ​ຜານ

(VOVWORLD) - ວັນທີ 22 ທັນວາ, ສະພາຄວາມໝັ້ນຄົງ  ສປຊ ໄດ້ຈັດກອງປະຊຸມອອນລາຍ ກ່ຽວກັບສະພາບການປະຕິບັດ ມະຕິເລກທີ 2231 ຂອງ ສະພາຄວາມໝັ້ນຄົງ, ເຊິ່ງເປັນມະຕິທີ່ສະໜັບສະໜູນການຜັນຂະຫຍາຍໂຄງການກະທຳລວມຮອບດ້ານ ປີ 2015 ຫຼືເອີ້ນຫຍໍ້ວ່າ JCPOA.
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ ແລະ ຫຼຸດ​ຜ່ອນ​ອາ​ວຸດ​ລ້າງ​ຜານ - ảnh 1ກອງປະຊຸມອອນລາຍ ຂອງສະພາຄວາມໝັ້ນຄົງ, ສປຊ ທີ່ຈັດຂຶ້ນໃນວັນທີ 22 ທັນວາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນຫຼັກໝັ້ນລຸລ່ວງຂອງ ຫວຽດນາມ ໃນການສະໜັບສະໜູນການຕ້ານການແຜ່ຂະຫຍາຍ ແລະ ຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນ ມີອາວຸດນິວເຄຼຍ. ທ່ານເອກອັກຄະລັດຖະທູດກໍຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນມະຕິສະບັບເລກທີ 2231 ແລະ ສັນຍາ JCPOA, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງການກະທຳທີ່ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດໜ້ອຍຖອຍລົງ ແລະ ຄວາມເຄັ່ງຕຶງປີນຂັ້ນໄດ, ຈົ່ງດຳເນີນການເຈລະຈາ ແລະ ໄກເກ່ຍ ເພື່ອແກ້ໄຂບັນດາຄວາມແຕກຕ່າງກັນ.

ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ