ຫວຽດນາມ ສະໜັບສະໜູນການນຳໃຊ້ເຕັກໂນໂລຊີນິວເຄຼຍເພື່ອເປົ້າໝາຍສັນຕິພາບແລະການພັດທະນາແບບຍືນຍົງ

(VOVWORLD) -ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ IAEA ໃນການຊຸກຍູ້ການນຳໃຊ້ເຕັກໂນໂລຊີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ຮັບໃຊ້ການພັດທະນາແບບຍືນຍົງ ໃນນັ້ນມີການຮັບມື ແລະ ແກ້ໄຂບັນດາບັນຫາທົ່ວໂລກຄືໂລກລະບາດໂຄວິດ-19.
ຫວຽດນາມ ສະໜັບສະໜູນການນຳໃຊ້ເຕັກໂນໂລຊີນິວເຄຼຍເພື່ອເປົ້າໝາຍສັນຕິພາບແລະການພັດທະນາແບບຍືນຍົງ - ảnh 1(ສະມັດຊາໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ດຳເນີນການປຶກສາຫາລືຄັ້ງທີ 65)

ພາຍຫຼັງສະມັດຊາໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ດຳເນີນການປຶກສາຫາລືຄັ້ງທີ 65 ຢູ່ນະຄອນຫຼວງວຽນ, ປະເທດໂອຕາລິດ ເປັນເວລາ 3 ວັນ, ບັນດາຄະນະຜູ້ແທນ ໃນນັ້ນມີຄະນະຜູ້ແທນ ຫວຽດນາມ ໄດ້ພ້ອມກັບຫວນຄືນບັນດາຄວາມມານະພະຍາຍາມຂອງ IAEA ແລະ ບັນດາປະເທດໃນການຮັບມືກັບໂລກລະບາດໂຄວິດ -19. ໃນນັ້ນເອົາໃຈໃສ່ເຖິງການໜູນຊ່ວຍ, ສະໜອງ ແລະ ຖ່າຍຖອດບັນດາເຄື່ອງອຸປະກອນ, ເຕັກໂນໂລຊີ ແລະ ບຳລຸງສ້າງຍົກສູງກຳລັງຄວາມສາມາດໃຫ້ແກ່ບັນດາປະເທດ ເພື່ອແນໃສ່ຫຼຸດຜ່ອນບັນດາຄວາມສ່ຽງເກີດໂລກລະບາດໃນສະພາບໄວຣັດສາຍພັນໃໝ່ພວມປະກົດຂຶ້ນຢູ່ຫຼາຍປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ  ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ ຜູ້ຕາງໜ້າຫວຽດນາມ ປະຈຳ IAEA, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IAEA ຊຸດທີ 65 ໃຫ້ຮູ້ວ່າ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ IAEA ໃນການຊຸກຍູ້ການນຳໃຊ້ເຕັກໂນໂລຊີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບ ຮັບໃຊ້ການພັດທະນາແບບຍືນຍົງ ໃນນັ້ນມີການຮັບມື ແລະ ແກ້ໄຂບັນດາບັນຫາທົ່ວໂລກຄືໂລກລະບາດໂຄວິດ-19. ຫວຽດນາມ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຊຸກຍູ້ການນຳໃຊ້ເຕັກໂນໂລຊີນິວເຄຼຍເພື່ອເປົ້າໝາຍສັນຕິພາບ ແລະ ການພັດທະນາແບບຍືນຍົງ, ພິເສດແມ່ນໃນການແກ້ໄຂບັນດາບັນຫາທົ່ວໂລກ ຜ່ານບັນດາຂໍ້ລິເລີ່ມຂອງ IAEA  ຊື່ງຫວຽດນາມ ຈະຮ່ວມມືກັບ IAEA  ປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ