ຫວຽດນາມ ສະໜັບສະໜູນວິວັດທະນາການປະຕິຮູບ WTO
(VOVWORLD) - ຫວຽດນາມ ສະໜັບສະໜູນວິວັດການປະຕິຮູບ WTO ຢ່າງຮອບດ້ານ ແນໃສ່ປົວແປງບັນດາພາລະໜ້າທີ່ຂອງອົງການ, ພິເສດແມ່ນຟື້ນຟູກົນໄກແກ້ໄຂການຂັດແຍ້ງກັນໂດຍໄວ.
ຄະນະຜູ້ແທນ ຫວຽດນາມ ຖ່າຍຮູບກັບທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (ພາບ: TTXVN) |
ຢູ່ນອກກອງປະຊຸມເຈລະຈາຄັ້ງທີ 17 ຂອງສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມສັນຍາການຄ້າເສລີ (EFTA ລວມມີ 4 ປະເທດສະວິດ, ນອກແວ, ອຽກລັງ, ເລກເຕັນສເຕັນ) ຢູ່ ສະວິດ, ວັນທີ 8 ກັນຍາ, ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການປະຊຸມກັບທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO). ນະທີ່ນີ້, ທ່ານຮອງລັດຖະມົນຕີ ຫງວຽນເຊິນເຍິດເຕິນ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະຕິບັດສໍາເລັດລະບຽບການໃຫ້ສັດຕະຍາບັນສັນຍາຊ່ວຍເຫຼືອອາຊີບຫາປາ (ໄລຍະ 1) ແລະ ກຽມພ້ອມນຳສັນຍາສະບັບດັ່ງກ່າວມີຜົນບັງຄັບໃຊ້ໃນວັນທີ 15 ກັນຍາ ຈະມາເຖິງ. ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນເລື່ອງເຂົ້າຮ່ວມຂໍ້ຕົກລົງຂອງສານອຸທອນຊົ່ວຄາວຫຼາຍຝ່າຍ (MPIA). ສຳລັບຂໍ້ລິເລີ່ມກ່ຽວກັບການຄ້າເອເລັກໂຕນິກ, ຫວຽດນາມ ພວມໃນວິວັດການປະກອບລະບຽບການຢູ່ພາຍໃນປະເທດເພື່ອເຂົ້າຮ່ວມໂດຍໄວ, ເປີດກາລະໂອກາດໃຫ້ບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ໜ້ອຍ, ສຳຜັດກັບຕະຫຼາດສາກົນ.
ທ່ານຮອງລັດຖະມົນຕີ ຫວຽດນາມ ຫງວຽນຊິງເຍິດເຕິນ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນວິວັດການປະຕິຮູບ WTO ຢ່າງຮອບດ້ານ ແນໃສ່ປົວແປງບັນດາພາລະໜ້າທີ່ຂອງອົງການ, ພິເສດແມ່ນຟື້ນຟູກົນໄກແກ້ໄຂການຂັດແຍ້ງກັນໂດຍໄວ.