ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ

(VOVWORLD) - ລັດຖະບານ ຫວຽດນາມ ໄດ້ສ້າງແຜນການບັນລຸລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມຫວັງ ແລະ ສິ່ງດັ່ງກ່າວອາດສາມາດຊ່ວຍຫຼຸດຜ່ອນບັນດາຄວາມສ່ຽງຈາກພາຍນອກຫຼາຍພໍສົມຄວນ.
ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ - ảnh 1(ທີ່ການປະກາດ)

ເສດຖະກິດຂອງ ຫວຽດນາມ ໄດ້ຄາດຄະເນວ່າຈະບັນລຸລະດັບເຕີບໂຕ 6,6% ໃນປີ 2025 ແລະ 6,5% ໃນປີ 2026. ນີ້ແມ່ນການຄາດຄະເນໂດຍທະນາຄານພັດທະນາອາຊີ (ADB) ຍົກອອກມາໃນແງ່ຫວັງພັດທະນາອາຊີ ເດືອນ ເມສາ 2025 (ADO) ປະກາດໃນຕອນເຊົ້າວັນທີ 09 ເມສາ, ຢູ່ ຮ່າໂນ້ຍ.

ຕາມທ່ານ Shantanu Chakraborty, ຜູ້ອຳນວນການແຫ່ງຊາດຂອງ ADB ປະຈຳ ຫວຽດນາມ ແລ້ວ, ລັດຖະບານ ຫວຽດນາມ ໄດ້ສ້າງແຜນການບັນລຸລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມຫວັງ ແລະ ສິ່ງດັ່ງກ່າວອາດສາມາດຊ່ວຍຫຼຸດຜ່ອນບັນດາຄວາມສ່ຽງຈາກພາຍນອກຫຼາຍພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ເລື່ອງ ອາເມລິກາ ປະກາດຈັດວາງອັດຕາພາສີຫວ່າງມໍ່ໆມານີ້, ພ້ອມກັບການຂາດຄວາມສະຖຽນລະພາບທົ່ວໂລກພວມສືບຕໍ່ດຳເນີນໄປ, ອາດຈະສ້າງສິ່ງທ້າຍທາຍຫຼາຍພໍສົມຄວນໃຫ້ແກ່ການເຕີບໂຕຂອງ ຫວຽດນາມ ໃນປີນີ້.

ທ່ານ Shantanu Chakraborty ຖືວ່າ, ຫວຽດນາມ ຕ້ອງນຳໃຊ້ບັນດາໂອກາດອື່ນເພື່ອພັດທະນາ.

“ບັນດາຄວາມມານະພະຍາຍາມດີທີ່ສຸດຂອງ ຫວຽດນາມ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຄ້າຫຼັກແຫຼ່ງ ໄດ້ຊ່ວຍໃຫ້ ຫວຽດນາມ ມີບັນດາສັນຍາການຄ້າເສລີ (FTA). ຕາມຂ້າພະເຈົ້າແລ້ວ, ຫວຽດນາມ ສາມາດນຳໃຊ້ບັນດາ FTA ທີ່ພວມມີຢູ່ແລ້ວ ເພື່ອເປີດກວ້າງຕະຫຼາດສົ່ງອອກ. ທ່າອ່ຽງພາສີເພີ່ມຂຶ້ນກໍ່ແມ່ນແງ່ມູນໃດໜຶ່ງ ແລະ ເມື່ອພວກເຮົາມີບັນດາສັນຍາ FTA, ມີຄວາມເປັນເອກະພາບ ແລະ ຂໍ້ຕົກລົງກັບບັນດາຝ່າຍ, ຄື: ລາຊະອານາຈັກ ອັງກິດ, ອີຢູ, ສ.ເກົາຫຼີ… ນີ້ແມ່ນວິທີເພື່ອໃຫ້ ຫວຽດນາມ ສາມາດຍູ້ໄວການປະຕິບັດບັນດາສັນຍາ FTA ນີ້ ຫາກບໍ່ຕ້ອງເອືອຍອີງຕະຫຼາດ ອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ