ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືເສດຖະກິດຕິດພັນກັບການອະນຸລັກຮັກສາ ແລະ ພັດທະນາລະບົບຊີວະນາໆພັນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືເພື່ອຊອກຫາວິທີການພັດທະນາເສດຖະກິດຕິດພັນກັບການອະນຸລັກຮັກສາ ແລະ ພັດທະນາລະບົບຊີວະນາໆພັນ… ພ້ອມທັງ, ປາດຖະໜາວ່າ ລາຊະອານາຈັກ ອັງກິດ ຈະໜູນຊ່ວຍ ຫວຽດນາມ ຊຸກຍູ້ການຄົ້ນຄ້ວາ
 
ຫວຽດນາມ - ອັງກິດ ຊຸກຍູ້ການຮ່ວມມືເສດຖະກິດຕິດພັນກັບການອະນຸລັກຮັກສາ ແລະ ພັດທະນາລະບົບຊີວະນາໆພັນ - ảnh 1ທ່ານນາງ Therese Coffe ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ
(ພາບ:An Đăng/TTXVN)

ຕອນບ່າຍວັນທີ 12 ເມສາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Therese Coffey, ລັດຖະມົນຕີກະຊວງສິ່ງແວດລ້ອມ, ສະບຽງອາຫານ ແລະ ບັນດາບັນຫາຊົນນະບົດ ລາຊະອານາຈັກ ອັງກິດ ພວມຢູ່ຢ້ຽມຢາມ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຫວັງວ່າ: ລັດຖະບານ ອັງກິດ ຈະໜູນຊ່ວຍ ຫວຽດນາມ ປະຕິບັດບັນດາມາດຕະການຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດຄຳໝັ້ນສັນຍາປ່ອຍອາຍພິດລົງລະດັບ 0 ໃນປີ 2050… ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືເພື່ອຊອກຫາວິທີການພັດທະນາເສດຖະກິດຕິດພັນກັບການອະນຸລັກຮັກສາ ແລະ ພັດທະນາລະບົບຊີວະນາໆພັນ… ພ້ອມທັງ, ປາດຖະໜາວ່າ ລາຊະອານາຈັກ ອັງກິດ ຈະໜູນຊ່ວຍ ຫວຽດນາມ ຊຸກຍູ້ການຄົ້ນຄ້ວາ, ພັດທະນາບັນດາໂຄງການພະລັງງານທົດແທນ, ພິເສດແມ່ນໄຟຟ້າແຮງລົມນອກຊາຍຝັ່ງ ເພື່ອແທນທີ່ໃຫ້ແຫຼ່ງພະລັງງານຈາກບັນດາໂຮງງານໄຟຟ້າໃຊ້ຖານຫີນ; ໜູນຊ່ວຍເຕັກໂນໂລຊີເຄື່ອນໄຫວລະບົບພະລັງງານແຫ່ງຊາດ ເມື່ອອັດຕາພະລັງງານທົດແທນຈາກແຮງລົມ ແລະ ແສງຕາເວັນນັບມື້ນັບສູງ.

        ກ່ອນໜ້ານັ້ນ, ກໍ່ໃນວັນທີ 12 ເມສາ, ທ່ານນາງ Therese Coffey, ລັດຖະມົນຕີກະຊວງສິ່ງແວດລ້ອມ, ສະບຽງອາຫານ ແລະ ບັນດາບັນຫາຊົນນະບົດ ລາຊະອານາຈັກ ອັງກິດ ໄດ້ປຶກສາຫາລືກັບທ່ານ ເລມິງຮວານ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກ່ຽວກັບການຮ່ວມມືໃນຂົງເຂດກະສິກຳ, ສະບຽງອາຫານ ແລະ ເຄື່ອງດື່ມ. ເນື່ອງໃນໂອກາດນີ້,  ອັງກິດ ແລະ ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳເພື່ອຜັນຂະຫຍາຍໂຄງການຂຶ້ນກັບກອງທຶນ ຊີວະນາໆພັນຂອງ ລາຊະອານາຈັກ ອັງກິດ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ