ຫວຽດນາມ - ອັງກິດ ເຫັນດີຮອງໜັງສືຜ່ານແດນວັກຊິນຂອງກັນ

(VOVWORLD) -ໃນການເຈລະຈາໂທລະສັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຫັນບັນດາການກຳນົດທິດຮ່ວມມືໃນຫຼາຍຂົງເຂດໃຫ້ປະກົດຜົນເປັນຈິງ.
ຫວຽດນາມ - ອັງກິດ ເຫັນດີຮອງໜັງສືຜ່ານແດນວັກຊິນຂອງກັນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ
(ພາບ: TTXVN)

ຕອນບ່າຍວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Boris Johnson.

        ໃນການເຈລະຈາໂທລະສັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຫັນບັນດາການກຳນົດທິດຮ່ວມມືໃນຫຼາຍຂົງເຂດໃຫ້ປະກົດຜົນເປັນຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຝ່າຍ ອັງກິດ ຈົ່ງສ້າງເງື່ອນໄຂໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອັງກິດ ກວ່າອີກ ແລະ ສົ່ງເສີມວິສາຫະກິດຂອງ ອັງກິດ ເປີດກວ້າງການລົງທຶນເຂົ້າໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດ ຫວຽດນາມ. ການນຳ 2 ທ່ານ ກໍ່ເຫັນດີຮັບຮອງໜັງສື່ຜ່ານແດນວັກຊິນຂອງກັນໂດຍໄວ ເພື່ອສ້າງເງື່ອນໄຂເຊື່ອມຕໍ່ການແລກປ່ຽນການຄ້າ ແລະ ທ່ອງທ່ຽວລະຫວ່າງ 2 ປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ອັງກິດ ສືບຕໍ່ໜູນຊ່ວຍ ຫວຽດນາມ ໄດ້ສຳຜັດກັບວັກຊິນ, ຢາປິ່ນປົວໂຄວິດ-19, ພິເສດແມ່ນຖ່າຍຖອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.

        ໃນການເຈລະຈາ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ຮັບປະກັນຄວາມເສລີໃນການເດີນເຮືອ, ການບິນ, ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ທະເລຕາເວັນອອກ, ຖືກົດໝາຍສາກົນເປັນສຳຄັນ, ໃນນັ້ນຖືສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແມ່ນກອບນິຕິກຳໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະໝຸດ.

ຕອບກັບ

ຂ່າວ/ບົດ​ອື່ນ