ຫວຽດ​ນາມ - ອົດ​ສ​ະຕາ​ລ​ີ ສືບ​ຕໍ່​ຮັກ​ສາ​ການ​ຮ່​ວມ​ມື​ດ​້ານ​ປ​້ອ​ງ​ກັນ​ຊ​າ​ດ ຢ່າງ​ມີ ​ ປ​ະສິດ​ທິ​ຜົ​ນ

(VOVWORLD) -ອົດສະຕາລີ ຈະສືບຕໍ່ເຄື່ອນຍ້າຍໂຮງໝໍເຄື່ອນທີ່ລະດັບ 2 ຂອງ ຫວຽດນາມ ເຖິງຄະນະປະຕິບັດງານຮັກສາສັນຕິພາບປີ 2022 ແລະ ບັນດາກຳລັງໃນຊຸມປີທີ່ຈະມາເຖິງ ຖ້າຫາກມີເງື່ອນໄຂສະດວກ; ໄດ້ສະແດງຄວາມຂອບໃຈການສະໜັບສະໜູນຂອງ ຫວຽດນາມ ໃນການຍົກລະດັບການພົວພັນລະຫວ່າງ ອາຊຽນ - ອົດສະຕາລີ ຂື້ນເປັນຄູ່ຮ່ວມມືຍຸດທະສາດຢ່າງ  ຮອບດ້ານ.
ຫວຽດ​ນາມ - ອົດ​ສ​ະຕາ​ລ​ີ ສືບ​ຕໍ່​ຮັກ​ສາ​ການ​ຮ່​ວມ​ມື​ດ​້ານ​ປ​້ອ​ງ​ກັນ​ຊ​າ​ດ ຢ່າງ​ມີ ​        ປ​ະສິດ​ທິ​ຜົ​ນ - ảnh 1ທ່ານພົນເອກ ຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 8 ພະຈິກ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢ່າງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໂອ້ລົມທາງໂທລະສັບກັບທ່ານ Peter Dutton, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ. ໃນການໂອ້ລົມ, ທ່ານລັດຖະມົນຕີ ຟານວັນຢ່າງ ໄດ້ເນັ້ນໜັກວ່າ, ເຖິງວ່າໄດ້ຮັບຜົນສະທ້ອນຍ້ອນໂລກລະບາດໂຄວິດ - 19 ກໍຕາມ, ແລ້ວຫວຽດນາມ ແລະ ອົດສະຕາລີ ຍັງຄົງຮັກສາ, ຊຸກຍູ້ການພົວພັນຄູ່ຮວມມື   ຍຸດທະສາດ ລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ ເປັນປະຈຳ; ເຊື່ອໝັ້ນວ່າໝາກຜົນການໂອ້ລົມຈະປະກອບສ່ວນສືບຕໍ່ເປິດ  ກ້ວາງ ການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ 2 ປະເທດຍິ່ງກວ່າອີກ. ທ່ານລັດຖະມົນຕີ ຟານວັນຢ່າງ ປາດຖະໜາຢາກໃຫ້ ອົດສະຕາລີ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາການເຄື່ອນໄຫວດ້ານການແພດ ແລະ ໜູນຊ່ວຍໃຫ້ ກຳລັງທະຫານຊ່າງແສງຮັກສາສັນຕິພາບ   ສປຊ. ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ໃຫ້ຮູ້ວ່າ ອົດສະຕາລີ ຈະສືບຕໍ່ເຄື່ອນຍ້າຍໂຮງໝໍເຄື່ອນທີ່ລະດັບ 2 ຂອງ ຫວຽດນາມ ເຖິງຄະນະປະຕິບັດງານຮັກສາສັນຕິພາບປີ 2022 ແລະ ບັນດາກຳລັງໃນຊຸມປີທີ່ຈະມາເຖິງ ຖ້າຫາກມີເງື່ອນໄຂສະດວກ; ໄດ້ສະແດງຄວາມຂອບໃຈການສະໜັບສະໜູນຂອງ ຫວຽດນາມ ໃນການຍົກລະດັບການພົວພັນລະຫວ່າງ ອາຊຽນ - ອົດສະຕາລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງ  ຮອບດ້ານ.

        ລັດຖະມົນຕີ 2 ທ່ານຢັ້ງຢືນວ່າ, ໃນໄລຍະທີ່ຈະມາເຖິງ, 2 ຝ່າຍສືບຕໍ່ຮັກສາການຮ່ວມມືດ້ານປ້ອງກັນຊາດ ຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນໃນບັນດາຂົງເຂດຮັກສາກົນໄກປຶກສາຫາລື, ເຈລະຈາ, ແລກປ່ຽນບົດຮຽນການຮ່ວມມືດ້ານກອງທັບເຮືອ, ກອງທັບອາກາດ, ກອງທັບບົກ, ເສນາຮັກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເປີດກ້ວາງການຮ່ວມມືໃນບັນດາຂົງເຂດອຸດສາຫະກຳການປ້ອງກັນຊາດ, ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ