ຫວຽດນາມ - ອີຕາລີ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ

ຫວຽດນາມ - ອີຕາລີ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ
(ພາບ: vov.vn)

(vovworld) - ຕອນ​ຄຳ່​ວັນ​ທີ 21/1 ຢູ່ ​ໂຮງ​ລະຄອນ Auditorium Parco della Musica ຢູ່​ນະຄອນ​ຫຼວງ Roma ປະ​ເທດ ອີ​ຕາ​ລີ ​ໄດ້ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ. ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ພວມ​ຢູ່​ຢ້ຽມຢາມທາງ​ລັດຖະກິດ​ສາທາລະນະ​ລັດ ອີ​ຕາ​ລີ ​​ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ຊີ້​ແຈ້ງວ່າ:

“ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ທົບ​ທວນຄືນ​ອະດີດຕະການ​ດ້ວຍ​ນ້ຳ​ໃຈ​ອັນ​ດີງາມ, ພ້ອມ​ທັງ​ມຸ້ງ​ໄປ​ເຖິງ​ອະນາຄົດ​ດ້ວຍ​ບັນດາ​ແງ່​ຫວັງ​ການ​ຮ່ວມ​ມື​ໃໝ່. ຄວາມ​ໄວ້​ເນື້ອ​ເຊື່ອ​ໄຈ​ນີ້​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນຄົງ​ກ່ວາ​ອີກ ເມື່ອ ​ຫວຽດນາມ ​ແລະ ອີ​ຕາ​ລີ ຫາ​ກໍ່ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເປັນ​ທາງ​ການ ​ເນື່ອງ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ໄປ​ຍັງ ສາທາລະນະ​ລັດ ອີ​ຕາ​ລີ ຂ​ອງທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເປັນ​ຂີ​ດໝາຍ​ເປີດສາກ​​ໄລຍະ​ໃໝ່​ຂອງ​ການ​ພົວພັນ 2 ຝ່າຍ ດ້ວຍ​ມາດ​ຕະການ​ລະອຽດຕ່າງໆນຳ​ການ​ພົວພັນ​ໃຫ້​ພັດທະນາ​ຢ່າງມີ​ປະສິດທິ​ຜົນ, ​ເລີກ​ເຊິ່ງ ​ແລະ ໝັ້ນຄົງ”

 


ຂ່າວ/ບົດ​ອື່ນ