ຫວຽດ​ນາມ - ອິນ​ເດຍ ຕັ້ງ​ເປົ້າ​ໝາຍນ​ຳ​ວົງ​ເງິ​ນ​ການ​ຄ້າ ໃຫ້ບັນ​ລຸ 15 ຕື້ USD/ປີ

(VOVWORLD) - ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ຮັບຮອງເອົາ “ຖະແຫຼງການວິໄສທັດລວມ ຫວຽດນາມ - ອິນເດຍກ່ຽວກັບສັນຕິພາບ, ວັດທະນາຖາວອນ ແລະ ປະຊາຊົນ”.
ຫວຽດ​ນາມ - ອິນ​ເດຍ ຕັ້ງ​ເປົ້າ​ໝາຍນ​ຳ​ວົງ​ເງິ​ນ​ການ​ຄ້າ ໃຫ້ບັນ​ລຸ 15 ຕື້ USD/ປີ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 

ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ ແລະ New Delhi, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເປັນປະທານຮ່ວມການເຈລະຈາຂັ້ນສູງທາງອອນລາຍລະຫວ່າງ ຫວຽດນາມ - ອິນເດຍ. ທີ່ການເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກເຖິງການຮ່ວມມືໃນການປ້ອງກັນຊາດ ແລະ ຄວາມໝັ້ນຄົງ ເຊິ່ງແມ່ນເສົາຄ້ຳໜຶ່ງໃນການພົວພັນສອງຝ່າຍ, ເຫັນດີຈະສືບຕໍ່ຊຸກຍູ້, ເສີມຂະຫຍາຍບັນດາກົນໄກປຶກສາຫາລື, ໂອ້ລົມສົນທະນາ, ເປີດກ້ວາງການຮ່ວມມືດ້ານອຸດສາຫະກຳປ້ອງກັນປະເທດ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ມານະພະຍາຍາມນຳວົງເງິນການຄ້າສອງສົນໃຫ້ບັນລຸໄດ້ 15 ຕື້ USD/ປີໂດຍໄວ, ເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ ສາກົນ ແລະ ພາກພື້ນ. ນາຍົກລັດຖະມົນຕີ ສອງທ່ານກໍ່ຢັ້ງຢືນເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ໂດຍອີງໃສ່ກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍ ວ່າດ້ວຍທະເລ (UNCLOS) 1982, ເນັ້ນໜັກວ່າ UNCLOS ແມ່ນກອບນິຕິກຳດັດປັບທຸກໆການເຄື່ອນໄຫວຢູ່ທະເລ ແລະ ມະຫາສະມຸດ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດ ຖະແຫຼງການກ່ຽວກັບວິທີການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ສົມບູນແບບ, ແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS ໂດຍໄວ. ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ຮັບຮອງເອົາ “ຖະແຫຼງການວິໄສທັດລວມ ຫວຽດນາມ - ອິນເດຍກ່ຽວກັບສັນຕິພາບ, ວັດທະນາຖາວອນ ແລະ ປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ