ຫວຽດ​ນາມ - ອິນ​ເດຍ ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ທ່າ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ

(VOVWORLD) -ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນ ໜຶ່ງໃນບັນດາຂົງເຂດຮ່ວມມືທີ່ເປັນເສົາຄ້ຳ ແລະ ມີປະສິດທິຜົນຂອງການພົວພັນສອງຝ່າຍ.

ຫວຽດ​ນາມ - ອິນ​ເດຍ ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ທ່າ​ພັດ​ທະ​ນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ảnh 1 ກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ  - ອິນເດຍ (ພາບ: VGP)

ວັນທີ 25 ສິງຫາ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 17 ຄະນະກຳມະການປະສົມ ລະຫວ່າງ ຫວຽດນາມ  - ອິນເດຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຢີ ຕາມຮູບແບບທາງອອນລາຍ. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນ ໜຶ່ງໃນບັນດາຂົງເຂດຮ່ວມມືທີ່ເປັນເສົາຄ້ຳ ແລະ ມີປະສິດທິຜົນຂອງການພົວພັນສອງຝ່າຍ.

ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີໃຫ້ສອງຝ່າຍມານະພະຍາຍາມຮັກສາທ່າພັດທະນາຮ່ວມມືດ້ານການຄ້າ, ສູ້ຊົນນຳວົງເງິນສອງສົ້ນໃຫ້ບັນລຸໄດ້ 15 ຕື້ USD ໃນໄວໆນີ້, ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນການຄ້າໂດຍໄວ. ສອງຝ່າຍໄດ້ເຫັນດີເປັນເອກະພາບຮຽກຮ້ອງໃຫ້ມີການລົງທຶນໃນບັນດາຂົງເຂດທີ່ອິນເດຍມີທ່າແຮງ ແລະ ຫວຽດນາມ ໃຫ້ບຸລິມະສິດພັດທະນາຄືເຕັກໂນໂລຢີ ຂໍ້ມູນຂ່າວສານ, ພະລັງງານ, ພື້ນຖານໂຄງລ່າງ, ກະສິກຳທີ່ມີຄຸນນະພາບສູງ.

ສ່ວນທ່ານ Subrahmanyam Jaishankar ໄດ້ຕີລາຄາສູງຕໍ່ບົດບາດປະສານງານຂອງ ຫວຽດນາມ ໃນການພົວພັນ ລະຫວ່າງ ອາຊຽນ - ອິນເດຍ ໄລຍະ 2015 – 2018, ສອງຝ່າຍໄດ້ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ອີງຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງເຄົາລົບຄຳຕັດສິນຂອງສານສຳລັບບັນດາກົນໄກແກ້ໄຂການຂັດແຍ້ງກັນຂອງ UNCLOS.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ປະກາດເອກະສານສຳຄັນ 2 ສະບັບທີ່ໄດ້ເຊັນກັນໃນໂອກາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ