ຫວຽດ​ນາມ, ອິນ​ເດຍ ລົງ​ນາມ​ ຈົດ​ໝາຍ​ສະ​ແດງ​ເຈດ​ຈຳ​ນົງ ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ການ​ສື່​ສານ​ດີ​ຈີ​ຕອນ ແລະ ຂໍ້​ມູນ​ເອ​ເລັກ​ໂຕ​ນິກ

(VOVWORLD) -ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້  ຈົດໝາຍສະແດງເຈດຈຳນົງ ກ່ຽວກັບການຮ່ວມມືຄຸ້ມຄອງການສື່ສານດີຈີຕອນ ແລະ ຂໍ້ມູນເອເລັກໂຕນິກລະຫວ່າງສອງປະເທດ.
ຫວຽດ​ນາມ, ອິນ​ເດຍ ລົງ​ນາມ​ ຈົດ​ໝາຍ​ສະ​ແດງ​ເຈດ​ຈຳ​ນົງ ​ການ​ຮ່ວມ​ມື​ຄຸ້ມ​ຄອງ​ການ​ສື່​ສານ​ດີ​ຈີ​ຕອນ ແລະ ຂໍ້​ມູນ​ເອ​ເລັກ​ໂຕ​ນິກ - ảnh 1ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ  ແລະ ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສະຖານີວິທະຍຸໂທລະພາບ ອິນເດຍ Anurag Singh Thakur (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມອິນເດຍຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ຕອນເຊົ້າວັນທີ 26 ທັນວາ, ຢູ່ນະຄອນຫຼວງ New Delhi, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສະຖານີວິທະຍຸໂທລະພາບ ອິນເດຍ Anurag Singh Thakur

ທີ່ການເຮັດວຽກ, ລັດຖະມົນຕີສອງທ່ານໄດ້ ຈົດໝາຍສະແດງເຈດຈຳນົງ ກ່ຽວກັບການຮ່ວມມືຄຸ້ມຄອງການສື່ສານດີຈີຕອນ ແລະ ຂໍ້ມູນເອເລັກໂຕນິກລະຫວ່າງສອງປະເທດ. ສອງຝ່າຍກໍ່ແບ່ງປັນບັນດານະໂຍບາຍ, ຂໍ້ກຳນົດຂອງແຕ່ລະປະເທດສຳລັບການສື່ສານດີຈີຕອນ, ແລກປ່ຽນບົດຮຽນປະສົບການໃນການແກ້ໄຂການລະເມີດ ແລະ ບັນດາວິທີການແກ້ໄຂ ເພື່ອແນໃສ່ຊຸກຍູ້ເຄືອຂ່າຍອິນເຕີເນັດ ພັນທະນາຢ່າງປອດໄສ. ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ,ລັດຖະມົນຕີສອງທ່ານກໍ່ໄດ້ເຫັນດີເປັນເອກະພາບພ້ອມກັນຍູ້ແຮງວຽກງານສື່ສານ, ໜູນຊ່ວຍບັນດາອົງການສື່ມວນຊົນຂຸດຄົ້ນ ແລະ ນຳໃຊ້ຂໍ້ມູນຢ່າງມີປະສິດທິຜົນ ຂອງແຕ່ລະປະເທດເພື່ອລົງຂ່າວ, ບົດ ກ່ຽວກັບສະພາບການພັດທະນາຂອງກັນໃຫ້ຫຼາຍກວ່າອີກ, ເພື່ອຍົກສູງຄວາມເຂົ້າໃຈເຊິ່ງກັນແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ