ຫວຽດ​ນາມ - ອິນ​ເດຍ ສືບ​ຕໍ່ ສືບ​ຕໍ່​ສ​ົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ ແລະ ເອ​ກະ​ສານ​ຮ່ວມ​ມື​ສະ​ບ​ັບ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) -   ຕອນບ່າຍວັນທີ 8 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ອິນເດຍ Rajnath Singh ເຊິ່ງພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຫວຽດ​ນາມ - ອິນ​ເດຍ ສືບ​ຕໍ່ ສືບ​ຕໍ່​ສ​ົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ ແລະ ເອ​ກະ​ສານ​ຮ່ວມ​ມື​ສະ​ບ​ັບ​ຕ່າງໆ​ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ອິນເດຍ Rajnath Singh (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ ແລະ ກອງທັບ ສອງປະເທດໃນໄລຍະຜ່ານມາ ແລະ ໃຫ້ຮູ້ວ່າ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍປາດຖະໜາຢາກຊຸກຍູ້ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ບົນພື້ນຖານສາຍສຳພັນດ້ານປະຫວັດສາດ ແລະ ວັດທະນະທຳທີ່ມີມາແຕ່ດົນນານ, ບັນດາຄຸນຄ່າ ແລະ ຜົນປະໂຫຍດທີ່ຄ້າຍຄືກັນ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ກໍຄື ຄຳໝັ້ນສັນຍາລວມສຳລັບກົດໝາຍສາກົນ. ໃນໄລຍະຈະມາເຖິງ, ສອງປະເທດ ຄວນສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ; ຜັນຂະຫຍາຍຂໍ້ຕົກລົງ ແລະ ເອກະສານການຮ່ວມມືສະບັບຕ່າງໆທີ່ໄດ້ລົງນາມ ໃຫ້ມີປະສິດທິຜົນ. ທ່ານກໍຫວັງວ່າ ອິນເດຍ ຈະມີຂໍ້ລິເລີ່ມ ແລະ ການກະທຳທີ່ແທດຈິງ ເພື່ອແນໃສ່ຊຸກຍູ້ຄວາມສາມັກຄີ ແລະ ບົດບາດໃຈກາງຂອງ ອາຊຽນ ໃນໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການປະຕິບັດ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ໃຫ້ແທດຈິງ ແລະ ມີປະສິດທິຜົນ.  

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ກໍເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ພິເສດ ແມ່ນຈະຜັນຂະຫຍາຍການປະຕິບັດຖະແຫຼງການວິໄສທັດລວມ ກ່ຽວກັບການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ຮອດປີ 2030 ແລະ ບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍພະລາທິການລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ