ຫວຽດ​ນາມ ອິນ​ໂດ​ເນ​ເຊຍ ​ຍູ້ແຮງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) -ວັນທີ 23 ທັນວາ, ຢູ່ ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ, ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ມີການພົບປະເຈລະຈາກັບທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ.
ຫວຽດ​ນາມ ອິນ​ໂດ​ເນ​ເຊຍ ​ຍູ້ແຮງ​ກາ​ນ​ພົວ​ພັນ​ສອງ​ຝ່າຍ - ảnh 1ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ພົບປະເຈລະຈາກັບທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ສອງຝ່າຍໄດ້ເຫັນດີເປັນເອກະພາບ ຍູ້ແຮງການພົວພັນສອງຝ່າຍກ່ວາອີກ. ອິນໂດເນເຊຍໄດ້ຢັ້ງຢືນ ຈະສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ຫວຽດນາມໃນປີເປັນປະທານ ອາຊຽນດ້ວຍຫົວຂໍ້ ວ່າ “ສະໜິດຕິດພັນຜູດມັດ ແລະ ເປັນເຈົ້າການໃນການປັບຕົວໃຫ້ແທດເໝາະກັບສະພາບການ”.

        ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີ ສອງທ່ານໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຜັນປ່ຽນຢູ່ທະເລຕາເວັນອອກໃນເວລາມໍ່ໆມານີ້, ເຊິ່ງສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ໄປຝືນກັບເນື້ອໃນຈິດໃຈຂອງ ຖະແຫຼງການປີ 2002 ກ່ຽວກັບປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC), ສົ່ງຜົນສະທ້ອນເຖິງສະພາບແວດລ້ອມທີ່ມີຄວາມສະດວກໃນການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC). ຫວຽດນາມ ແລະ ອິນໂດເນເຊຍ ພ້ອມກັບບັນດາປະເທດ ອາຊຽນຄວນສືບຕໍ່ສົມທົບຫຼັກໝັ້ນ, ຮັກສາສຽງເວົ້າລວມ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຍົກສູງ ລະບອບລະບຽບການບົນກົດໝາຍ ແລະ ຈິດໃຈເຄົາລົບກົດໝາຍສາກົນ, ໃນນັ້ນມີ  ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

        ສອງຝ່າຍກໍ່ເຫັນດີເປັນເອກະພາບຈະສືບຕໍ່ ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດ ສປຊ, ພິເສດຢູ່ ສະພາຄວາມໝັ້ນຄົງ ສປຊ ປີ 2020. ອິນໂດເນເຊຍໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມໃນ ການປະຕິບັດບົດບາດເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນ ເດືອນ ມັງກອນ 2020 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ