ຫວຽດ​ນາມ - ອາ​ເມ​ລິ​ກາ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ຕິ​ບັດ​ກົດ​ໝາຍ

(VOVWORLD) -  ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Mark Knapper.
ຫວຽດ​ນາມ - ອາ​ເມ​ລິ​ກາ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປະ​ຕິ​ບັດ​ກົດ​ໝາຍ - ảnh 1ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Mark Knapper (ພາບ: VOV)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ ແລະ ຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຢູ່ທັງ ສອງຝ່າຍ, ພາກພື້ນ ແລະ ສາກົນ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນໃນພາກພື້ນ.

        ທ່ານລັດຖະມົນຕີ ໂຕເລິມ ກໍສະເໜີໃຫ້ທ່ານເອກອັກຄະລັດຖະທູດ Mark Knapper ເອົາໃຈໃສ່ຊຸກຍູ້ການເພີ່ມທະວີການຮ່ວມມືລົງເລິກຂະແໜງລະຫວ່າງອົງການປ້ອງກັນຄວາມສະຫງົບຂອງທັງສອງປະເທດ ໂດຍຜ່ານການແລກປ່ຽນ, ແບ່ງປັນຂໍ້ມູນຍຸດທະສາດກ່ຽວກັບບັນດາບັນຫາເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ; ຊຸກຍູ້ການສ້າງ ແລະ ຜັນຂະຫຍາຍກົນໄກເຈລະຈາປະຈຳປີ ລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ (NSA); ຍູ້ແຮງການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳ… ແນໃສ່ສ້າງກອບນິຕິກຳປະກອບສ່ວນເພີ່ມທະວີການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງສອງຝ່າຍ.

        ສ່ວນທ່ານເອກອັກຄະລັດຖະທູດ Mark Knapper ຢັ້ງຢືນເຖິງ ການພັດທະນາອັນດີງາມຂອງການພົວພັນຮ່ວມມືລະຫວ່າງສອງປະເທດ ອາເມລິກາ - ຫວຽດນາມ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນ, ສົມທົບກັນປະຕິບັດລະບຽບລະຫວ່າງອົງການກ່ຽວຂ້ອງຂອງ ອາເມລິກາ ກັບກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ຍູ້ແຮງ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ