ຫວຽດນາມ - ຮຸງກາຣີ ເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
(ຫວຽດນາມ - ຮຸງກາຣີ ເຫັນດີເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ)
(vovworld) – ໃນການໄປປະຕິບັດງານຢູ່ຮຸງກາງຣີ ແຕ່ວັນທີ 15 – 17/04, ທ່ານລັດຖະມົນຕີຊວຍວ່າການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ມີການເຮັດວຽກກັບລັດຖະມົນຕີວ່າການກະຊວງການຕ່າງປະເທດຮຸງກາຣີ ທ່ານ Peter Szijjarto, ແລະ ລັດຖະມົນຕີການຕ່າງປະເທດ, ປະທານຄະນະກຳມາທິການຮຸງກາຣີ ທ່ານ Mikola Istvan, ໃນຄະນະກຳມາທິການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດຫວຽດນາມ - ຮຸງກາຣີ. ໃນຂອບເຂດການຢ້ຽມຢາມ ທ່ານລັດຖະມົນຕີຊວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ດຳເນີນການທາບທາມຄວາມເຫັນດ້ານການເມືອງກັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຮຸງກາຣີ…
ທີ່ບັນດາການເຮັດວຽກ, ຝ່າຍຮຸງກາຣີ ຢືນຢັນເລື່ອງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ ແມ່ນບຸລິມະສິດນອນໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກຂອງຮຸງກາຣີ. ຝ່າຍຮຸງກາຣີ ຕີລາຄາສູງບັນດາຜົນງານໃນວິວັດທະນາການປ່ຽນໃໝ່ຂອງຫວຽດນາມ ແລະ ນະໂຍບາຍເສດຖະກິດມະຫາພາກຂອງຫວຽດນາມ ພວມໄປຖືກທິດ. ຝ່າຍຮຸງກາຣີ ເຫັນດີສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະ ໃນຂອບເຂດ ASEM. ທ່ານ Peter Szijjarto, ຢືນຢັນວ່າ, ຮຸງກາຣີ ສະໜັບສະໜູນການປະຕິບັດສຳລັດການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EU (FTA) ໂດໄວ້ ແລະ ເຊື່ອໝັ້ນວ່າ, ເລື່ອງລົງນາມ ຈະປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ເຫັນດີຍູ້ແຮງການຮ່ວມມື 2 ຝ່າຍໃນທຸກຂົງເຂດ ເຊິ່ງຮຸງກາຣີມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ກ່ຽວກັບບັນຫາທະເລຕາເວັນອອກ, ຝ່າຍຮຸງກາຣີ ສະໜັບສະໜູນວິທີສຳພັດຂອງຫວຽດນາມ ແລະ ອາຊຽນ ໃນການແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.