ຫວຽດ​ນາມ ຮັບ​ປະ​ກັນ​ການ​ສຳ​ຜັດ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ​ກັບ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ

(VOVWORLD) - ການຮັບປະກັນການສຳຜັດຢ່າງມີຄວາມສະເໝີພາບກັບເຕັກໂນໂລຢີດີຈີຕອນ ແມ່ນບຸລິມະສິດຂອງ ຫວຽດນາມ ແລະ ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກພື້ນຖານເສດຖະກິດດີຈີຕອນ. 
ຫວຽດ​ນາມ ຮັບ​ປະ​ກັນ​ການ​ສຳ​ຜັດ​ຢ່າງ​ມີ​ຄວາມ​ສະ​ເໝີ​ພາບ​ກັບ ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ (ພາບ:TTXVN)

ໃນຂອບເຂດກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສປຊ ຢູ່ເຊີແນວ, ທ່ານ ກຸງດຶກເຮິນ ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ກ່າວຄຳເຫັນທີ່ວາລະໂອ້ລົມ ກັບຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ກ່ຽວກັບເຕັກໂນໂລຢີຫາກໍ່ພົ້ນເດັນຂຶ້ນໃໝ່ ແລະ ກັບນັກລາຍງານພິເສດ ຂອງສປຊ ກ່ຽວກັບຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ.

ທີ່ການໂອ້ລົມກັບທ່ານ Volker Turk ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ກ່ຽວກັບເຕັກໂນໂລຢືິທີ່ຫາກໍ່ພົ້ນເດັ່ນຂຶ້ນ, ທ່ານ ກຸງດຶກເຮິນ ແບ່ງປັນວ່າ ການຮັບປະກັນການສຳຜັດຢ່າງມີຄວາມສະເໝີພາບກັບເຕັກໂນໂລຢີດີຈີຕອນ ແມ່ນບຸລິມະສິດຂອງ ຫວຽດນາມ ແລະ ປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກພື້ນຖານເສດຖະກິດດີຈີຕອນ. ໂຄງການຫັນເປັນດີຈີຕອນແຫ່ງຊາດ ຂອງ ຫວຽດນາມ ມຸ່ງໄປເຖິງການຮັດແຄບຊ່ອງວ່າງດີຈີຕອນ ຜ່ານການເປີດກວ້າງການສຳຜັດກັບອິນເຕີເນັດ ຢູ່ເຂດຊົນນະບົດ ແລະ ເຂດປະສົບກັບຄວາມຫຍຸ້ງຍາກ, ຍົກສູງລະດັບວິຊາສະເພາະດ້ານເຕັກນິກດີຈີຕອນ ແລະ ເພີ່ມທະວີການໜູນຊ່ວຍໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ. ທ່ານ ກຸງດຶກເຮິນ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດ ໃນສະພາບການປະຕິວັດດີຈີຕອນ, ພິເສດແມ່ນການພັດທະນາໂດຍໄວຂອງອິນເຕີເນັດ ແລະ ປັນຍາປະດິດ(AI)… ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດ ກັບບັນດາອົງການໃນພາກພື້ນ ແລະ ສາກົນ, ແບ່ງປັນບົດຮຽນປະສົບການທີ່ດີທີ່ສຸດ, ສົມທົບກັນຮັບມື ແລະ ສ້າງບັນດາມາດຖານທົ່ວໂລກກ່ຽວກັບການພັດທະນາແບບຍືນຍົງໂດຍອີງໃສ່ ບັນດາເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ