ຫວຽດນາມ ຮ່ວມມືກັບປະເທດຕ່າງໆ ເພື່ອຄວມຄຸມໂລກໄຂ້ຫວັດສັດປີກ H5N1

ຫວຽດນາມ ຮ່ວມມືກັບປະເທດຕ່າງໆ ເພື່ອຄວມຄຸມໂລກໄຂ້ຫວັດສັດປີກ H5N1 - ảnh 1
ພາບປະກອບ

( vovworld ) –  ​ແຕ່​ວັນ​ທີ 23-25/4, ຢູ່​ນະຄອນ​ໂຮ່ຈິ​ມິນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ສາທາລະນະ​ສຸກ ຫວຽດນາມ ສົມທົບ​ກັບ​ອົງການ​ພັດທະນາສາກົນ ອາ​ເມ​ລິ​ກາ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິຊາ​ການ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ 9 ປະ​ເທດ​ໃນ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ໂລກ​ລະບາດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ Diep Kinh Tan ຮອງ​ລັດຖະມົນຕີກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ 1 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ຖືກ​ຜົນ​ທະ​ທ້ອນຢ່າງ​ສູງ​ຈາກ ໂລກ​ໄຂ້ຫວັດ​ສັດ​ປີກ H5N1 ​ໃນ​ໄລຍະ​ທີ່​ຜ່ານ​ມາ. ​ໄລ່​ຮອດ​ເດືອນ 3/2011, ຫວຽດນາມ ​ໄດ້​ລາຍ​ງານ​ວ່າ​ມີ​ຜູ້​ຕິດໂລກ​ໄຂ້ຫວັດ​ສັດ​ປີກ H5N1 119 ຄົນ, ​ໃນ​ນັ້ນ 59 ຄົນ​ໄດ້​ເສຍ​ຊີວິດ​ແລ້ວ. ​ແຕ່​ເຖິງ​​ຢ່າງ​ນັ້ນກໍ​ຕາມ,  ນັບ​ແຕ່​ຊຸມ​ປີ 2004-2005, ຈຳນວນ​ຜູ້​ຕິດ​ໂລກລະບາດ​ດັ່ງກ່າວ​ຢູ່ ຫວຽດນາມ ກໍ​ຖືກ​ຫລຸດ​ລົງ​ແລ້ວ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ມາດ​ຕະການ​ປ້ອງກັນ ​ແລະ ຕ້ານ​ໂລກລະບາດ​ຢູ່​ຫວຽດນາມ ​ໄດ້​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ. ຜ່ານ​ນັ້ນ, ການ​ຮ່ວ​ມມື​ກັບປະ​ເທດ​ຕ່າງໆ​ທີ່​ມີ​ປະສົບ​ການ​ໃນ​ການ​ຄວບ​ຄຸມໂລກ​ໄຂ້ຫວັດ​ສັດ​ປີກ H5N1 ຈະ​ຊ່ວຍ​ໃຫ້ຫວຽດນາມ ມີ​ແຜນການ​ປ້ອງ​ກັນ ​ແລະ ຕ້ານໂລກ​ໄຂ້ຫວັດ​ສັດ​ປີກ ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ