ຫວຽດນາມ ຮຽກຮ້ອງ ຈີນຖອນກຳປັ່ນອອກຈາກ ດອນຫີນ ບາເດົ່າ

(VOVWORLD) -ຫວຽດນາມ ມີ ພື້ນຖານດ້ານນິຕິກຳ ແລະ ພະຍານຫລັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ
ຫວຽດນາມ ຮຽກຮ້ອງ ຈີນຖອນກຳປັ່ນອອກຈາກ ດອນຫີນ ບາເດົ່າ - ảnh 1ພາບຖ່າຍຈາກດາວທຽມ ຊີ້ໃຫ້ເຫັນການເຄື່ອນໄຫວຂອງກ່ຳປັ່ນ ຈີນ ຢູ່ດອນຫີນ ບາເດົ່າ (ພາບ: AMTI)

ທີ່ການຖະແຫລງຂ່າວດຳເນີນໃນຕອນບ່າຍວັນທີ 4 ພະຈິກ ຕາມຮູບການທາງໄກ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງ ຈີນ ຈົ່ງຢຸດຕິການເຄື່ອນໄຫວ ຢູ່ ດອນຫິນ ບາເດົ່າ ຂຶ້ນກັບ ໝູ່ເກາະເຈື່ອງຊາ ຂອງຫວຽດນາມ ຢ່າງທັນທີ ແລະ ຖືນີ້ແມ່ນການກະທຳລະເມີດກົດໝາຍສາກົນ ແລະ ຕ້ອງເຄົາລົບອະທິປະໄຕຂອງຫວຽດນາມ.

ຕໍ່ຫນ້າຂ່າວຄາວທີ່ວ່າ ກຳປັ່ນຈີນ ມີການເຄື່ອນໄຫວຢູ່ດອນຫິນ ບາເດົ່າ ຂຶ້ນກັບ ໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ, ທ່ານນາງ ຟ້າມທູຮັ່ງຖະແຫລງວ່າ:

 “ຫວຽດນາມ ມີ ພື້ນຖານດ້ານນິຕິກຳ ແລະ ພະຍານຫລັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ, ສອດຄອ່ງກັບກົດໝາຍສາກົນ. ເລື່ອງບັນດາກຳປັ່ນຂອງຈີນ ມີການເຄື່ອນໄຫວຢູ່ຂອບເຂດນ່ານທະເລ ຊີງໂຕນດົງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງຫວຽດນາມ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງ, ລະເມີດບັນດາຂໍ້ກຳນົດຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໄປຝຶນກັບເນື້ອໃຈຈິດໃຈ ຖະແຫລງການຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC). ຫວຽດນາມ ຮຽກຮ້ອງຈີນ ຖອນກຳປັ່ນຫາປາອອກຈາກເຂດດັ່ງກ່າວ ແລະ ເຄົາລົບອະທິປະໄຕຂອງຫວຽດນາມ”.

ກໍໃນການຖະແຫຼງຂ່າວດັ່ງກ່າວ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງຂ່າວຄາວທີ່ວ່າ ກ່ຳປັ່ນ ຫວຽດນາມ ຖືກ ອີຣານ ກັກຂັງຊົ່ວຄາວ ໃນຂະນະທີ່ພວມເຄື່ອນໄຫວຢູ່ອ່າວ Oman, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດເຫດການດັ່ງກ່າວ, ສະຖານທູດ ຫວຽດນາມ ປະຈຳ ອີຣານ ໄດ້ເຮັດວຽກກັບອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ອີຣານ ໃນທັນທີເພື່ອກວດກາຢັ້ງຢືນຂ່າວຄາວ, ແກ້ໄຂບັນຫາດັ່ງກ່າວໂດຍໄວ, ຮັບປະກັນຄວາມປອດໄພ ແລະ ການປະພຶດມະນຸດສະທຳສຳລັບພົນລະເມືອງ ຫວຽດນາມ. ວັນທີ 27 ຕຸລາ ຜ່ານມາ, ກັບຕັນກຳປັ່ນດັ່ງກ່າວໃຫ້ຮູ້ວ່າ  ລູກເຮືອ ຫວຽດນາມ ທັງໝົດ 26 ຄົນ ລ້ວນແຕ່ໄດ້ຮັບການປະພຶດທີ່ດີ ແລະ ມີອາການສຸຂະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ