ຫວຽດນາມ ເຂົ້າຮ່ວມ ສະໄໝປະຊຸມຂອງ ສະພາສິດທິມະນຸດສະຫະປະຊາຊາດ

ຫວຽດນາມ ເຂົ້າຮ່ວມ ສະໄໝປະຊຸມຂອງ ສະພາສິດທິມະນຸດສະຫະປະຊາຊາດ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ
(ພາບ: Tố Uyên/Vietnam+)

(vovworld) – ຄະນະ​ຜູ້​ແທນ ຫວຽດນາມ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ສະ​ໄໝ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 22 ຂອງ​ສະພາ​ສິດທິ​ມະນຸດສະຫະ​ປະຊາ​ຊາດ, ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 25/2 ຢູ່ ​ເຊີ​​ແນວ, ປະ​ເທດ ​ເຊີ​ວິດ. ສະ​ໄໝ​ປະ​ຊຸມ​ຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ຜູ້​ແທນ​ທີ່​ມາ​ຈາກ​ຫຼາຍ​ອົງການ​ສາກົນ ​ແລະ​ ນັບ​ຮ້ອຍ​ປະ​ເທດ​ໃນ​ໂລກ.

        ທີ່​ສະ​ໄໝ​ປະຊຸມຄາດ​ວ່າ​ຈະ​ແກ່ຍາວ​ແຕ່​ວັນ​ທີ 25/2 – 22/3, ບັນດາ​ຜູ້​ແທນ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື ບັນດາ​ຫົວ​ຂໍ້​ຄື: ຕີ​ລາຄາ​ກ່ຽວ​ກັບ​ບົດບາດ​ໜ້າ​ທີ່​ຂອງ​ສະພາ​ສິດທິ​ມະນຸ​ດ, ສິດ​ທິຄົນ​ພິການ, ສິດ​ທິເດັກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ໃນຂົງ​ເຂດ​ປົກ​ປ້ອງ​ສິດ​ທິມະນຸດ.

ຂ່າວ/ບົດ​ອື່ນ