ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ສໍ​າ​ພັນ ອາ​ຊຽນ

(VOVWORLD) -ວັນທີ 15 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 67 ຂອງກຸ່ມຮັບຜິດຊອບສະເພາະຂໍ້ລິເລີ່ມການຮ່ວມສຳພັນ ອາຊຽນ (IAI) ຢູ່ສຳນັກງານ ຄະນະເລຂາ ອາຊຽນ ຢູ່ ຈາກກາຕາ (ອິນໂດເນເຊຍ).
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ກຸ່ມ​ຮັບ​ຜິດ​ຊອບ​ສະ​ເພາະ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ສໍ​າ​ພັນ ອາ​ຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ນັກຂ່າວ VOV ປະຈຳ ອິນໂດເນເຊຍ)

ທີ່ກອງປະຊຸມ, ກຸ່ມ ຮັບຜິດຊອບສະເພາະ IAI ກໍຮັບຮອງເອົາ 10 ໂຄງການໃໝ່, ຍົກຈຳນວນໂຄງການທັງໝົດທີ່ໄດ້ຮັບການອະນຸມັດຜ່ານໃນຂອບເຂດແຜນການປະຕິບັດງານ IAI ໄລຍະ 4 (2021 – 2025) ຂຶ້ນເປັນ 46 ໂຄງການ.

        ໃນກອງປະຊຸມ, ບັນດາປະເທດໄດ້ຕີລາຄາສູງຕໍ່ສະພາບການຜັນຂະຫຍາຍປະຕິບັດໂຄງການຕ່າງໆຂອງ IAI, ພ້ອມທັງປຶກສາຫາລືກ່ຽວກັບມາດຕະການແກ້ໄຂຂໍ້ຕິດຄັດ, ຍົກສູງປະສິດທິຜົນຂອງໂຄງການຕ່າງໆໃນຂອບເຂດຂອງແຜນການປະຕິບັດງານ IAI ໄລຍະ 4 (2021 – 2025).

        ກຸ່ມຮັບຜິດຊອບສະເພາະ IAI ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການຜັນຂະຫຍາຍແຜນການປະຕິບັດງານ IAI ໄລຍະ 4 ໃນໄລຍະຈະມາເຖິງ, ພ້ອມທັງຄາດວ່າ ຈະຈັດກອງປະຊຸມຄັ້ງທີ 68 ຂອງ ກຸ່ມຮັບຜິດຊອບສະເພາະ IAI ແລະ ກອງປະຊຸມປຶກສາຫາລືຄູ່ຮ່ວມມື IAI ຄັ້ງທີ 12 ໃນເດືອນ ກັນຍາ 2022.

ຕອບກັບ

ຂ່າວ/ບົດ​ອື່ນ