ຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກະຊວງປ້ອງກັນຊາດ ອີຢູ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທີ່ເປັນຄັ້ງທຳອິດ ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການປ້ອງກັນຊາດບັນດາປະເທດສະມາຊິກ EU...

ຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກະຊວງປ້ອງກັນຊາດ ອີຢູ - ảnh 1ທ່ານ ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານພົນເອກ Mikhail Kostarakos, ປະທານຄະນະກຳມະການການທະຫານສະຫະພາບເອີລົບ

(ພາບ: TTXVN)

ໃນລະຫວ່າງວັນທີ 14 – 16 ພຶດສະພາ, ພົນໂທ ຫງວຽນຈີ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ສຳນັກງານ ສະຫະພາບເອີລົບ (EU) ຕາມຄຳເຊື້ອເຊີນຂອງທ່ານພົນເອກ Mikhail Kostarakos, ປະທານຄະນະກຳມະການການທະຫານສະຫະພາບເອີລົບ.   ດ້ວຍຖານະເປັນແຂກຖືກເຊີນກິຕິມະສັກ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປະຊຸມກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ.

        ໃນບົດກ່າວປາໄສ, ທ່ານຮອງລັດຖະມົນຕີ ຫງວຽນຈີ໋ວິ້ງ ໄດ້ແບ່ງປັນວ່າພາຍຫຼັງເກືອບ 4 ປີທີ່ເຂົ້າຮ່ວມການຮັກສາສັນຕິພາບ ສປຊ, ມາຮອດປະຈຸບັນ, ຫວຽດນາມ ໄດ້ຜັນຂະຫຍາຍນາຍທະຫານ 20 ເທື່ອຄົນໄປເຂົ້າຮ່ວມຄະນະປະຕິບັດງານຢູ່ ສ. ອາບຟຣີກາ ກາງ (MINUSCA) ແລະ ຊູດັງໃຕ້ (UNMISS), ໃນນັ້ນມີທະຫານຍິງຜູ້ໜຶ່ງ.

        ເພື່ອປະກອບສ່ວນເພີ່ມທະວີການພົວພັນດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ ກັບ ອີຢູ ແລະ ແຕ່ລະປະເທດສະມາຊິກ, ພິເສດໃນຂົງເຂດຮັກສາສັນຕິພາບ ສປຊ, ທ່ານພົນໂທ ຫງວຽນຈີ໋ວິ້ງ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ. ຕາມນັ້ນແລ້ວ, ຫວຽດນາມ ແລະ ອີຢູ ຄວນກາຍເປັນຄູ່ຮ່ວມມືກ່ຽວກັບການຮ່ວມມືປ້ອງກັນຊາດຢ່າງເປັນທາງການຜ່ານເລື່ອງຊຸກຍູ້ການລົງນາມໃນຖະແຫຼງການກ່ຽວກັບວິໄສທັດຮ່ວມລະຫວ່າງ ຫວຽດນາມ ແລະ EU ໃນຂົງເຂດປ້ອງກັນຊາດ ແລະ ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດ 2 ຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເພີ່ມທະວີການປຶກສາຫາລືໃນບັນດາເວທີປາໄສ, ກົນໄກຫຼາຍຝ່າຍເຊິ່ງທັງ 2 ຝ່າຍເປັນສະມາຊິກ…

ຕອບກັບ

ຂ່າວ/ບົດ​ອື່ນ