ຫວຽດ​ນາມ ເຊັ່ນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ການ​ຊຳ​ລະ​ໃນ​ພາກ​ພື້ນ

(VOVWORLD) - ການເຂົ້າຮ່ວມຂໍ້ຕົກລົງສະບັບນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຮ່ວມມື ແລະ ເຊື່ອມໂຍງໃນຂົງເຂດຊຳລະຂອງ SBV, ສອດຄ່ອງກັບການກຳນົດທິດຂອງລັດຖະບານ.
ຫວຽດ​ນາມ ເຊັ່ນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ການ​ຊຳ​ລະ​ໃນ​ພາກ​ພື້ນ - ảnh 1ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (SBV) ລົງນາມບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືເຊື່ອມຕໍ່ການຊຳລະໃນພາກພື້ນ (ພາບ: TTXVN)

ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ ອາຊຽນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 10 ຢູ່ຈາກາຕາ, ວັນທີ 25 ສິງຫາ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (SBV) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືເຊື່ອມຕໍ່ການຊຳລະໃນພາກພື້ນ ກັບທະນາຄານສູນກາງຂອງບັນດາປະເທດ ອາຊຽນ 5 (ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ). ໂດຍຕີລາຄາສູງບັນດາຜົນປະໂຫຍດ ແລະ ກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນຈາກຂໍ້ລິເລີ່ມນີ້, SBV ໄດ້ເປັນເຈົ້າການ ແລະ ສົມທົບກັບບັນດາທະນາຄານສູນກາງ ອາຊຽນ5 ປະຕິບັດສຳເລັດລະບຽບການເພື່ອກາຍເປັນສະມາຊິກທີ 6 ຂອງ Mou ຢ່າງເປັນທາງການ. ການເຂົ້າຮ່ວມຂໍ້ຕົກລົງສະບັບນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຮ່ວມມື ແລະ ເຊື່ອມໂຍງໃນຂົງເຂດຊຳລະຂອງ SBV, ສອດຄ່ອງກັບການກຳນົດທິດຂອງລັດຖະບານ, SBV ກໍ່ຄືທ່າອ່ຽງໃນປັດຈຸບັນກ່ຽວກັບການຊຸກຍູ້ການຊຳລະຂ້າມຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ