ຫວຽດນາມ ເນັ້ນໜັກຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ

(VOVWORLD) - ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ເນັ້ນໜັກເຖິງຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ...
ຫວຽດນາມ ເນັ້ນໜັກຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງ ສປຊ

ວັນທີ 7 ພະຈິກ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ປຶກສາຫາລືຢູ່ນິວຢອກ, ປະເທດ ອາເມລິກາ ກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ເນັ້ນໜັກເຖິງຄວາມຈຳເປັນຂອງການຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມັດຊາໃຫຍ່ ສປຊ, ເຊິ່ງເປັນອົງການປຶກສາຫາລື, ຍົກອອກລັດຖະນະໂຍບາຍ ແລະ ມີລັກສະນະຕາງໜ້າທີ່ກ້ວາງຂວາງທີ່ສຸດຂອງ ສປຊ. ທ່ານເອກອັກຄະລັດຖະທູດ ຖືວ່າ: ຄວນເພີ່ມທະວີຄວາມສຳຄັນຂອງການສົມທົບກັນ, ແບ່ງປັນຂໍ້ມູນຂ່າວສານລະຫວ່າງ ສະມັດຊາໃຫຍ່ ກັບບັນດາອົງການຫຼັກແຫຼ່ງຂອງ ສປຊ ກໍ່ຄືຮັບປະກັນລັກສະນະໂປ່ງໃສໃນວິວັດການສ້າງ, ກະກຽມບັນດາຂໍ້ຕົກລົງ, ມະຕິ; ພ້ອມກັບບັນດາມາດຕະການຮັບປະກັນການເຊື່ອມຕໍ່ລະຫວ່າງບັນດາອາຍຸການຂອງປະທານສະມັດຊາໃຫຍ່ ສປຊ, ຄິດໄລ່ເຖິງບັນດາມາດຕະຖານກ່ຽວກັບຄວາມສະໝີພາບລະຫວ່າງຍິງ - ຊາຍ ແລະ ຕາງໜ້າດ້ານພູມສາດເພື່ອແຕ່ງຕັ້ງການນຳຂອງ ສປຊ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກວ່າ, ໃນໄລຍະປະຈຸບັນ, ສະມັດຊາໃຫຍ່ ສປຊ ຄວນບຸລິມະສິດເພີ່ມທະວີຄວາມມານະພະຍາຍາມຊອກຫາມາດຕະການ ແລະ ການໜູນຊ່ວຍປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ