ຫວຽດນາມ ເປັນປະທານກອງປະຊຸມກຸ່ມປະຕິບັດງານຂອງສະພາຄວາມໝັ້ນຄົງກ່ຽວກັບບັນດາສານສາກົນ

(VOVWORLD) -ໃນວັນທີ 03 ມິຖຸນາ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ປະທານກຸ່ມປະຕິບັດງານບໍ່ເປັນທາງການຂອງສະພາຄວາມໝັ້ນຄົງກ່ຽວກັບບັນດາສານສາກົນ, ໄດ້ເປັນປະທານກອງປະຊຸມຄັ້ງທຳອິດໃນປີ 2020 ຂອງກຸ່ມນີ້. ກອງປະຊຸມໄດ້ດຳເນີນຜ່ານທາງອອນລາຍ.
ຫວຽດນາມ ເປັນປະທານກອງປະຊຸມກຸ່ມປະຕິບັດງານຂອງສະພາຄວາມໝັ້ນຄົງກ່ຽວກັບບັນດາສານສາກົນ - ảnh 1 ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ແບ່ງປັນວ່າ ຫວຽດນາມ ເປັນປະທານກຸ່ມປະຕິບັດງານພ້ອມກັບສອງອົງການອື່ນຂຶ້ນກັບສະພາຄວາມໝັ້ນຄົງ, ຕາມນັ້ນແລ້ວໄດ້ແບ່ງປັນຄວາມຮັບຜິດຊອບຂອງສະມາຊິກກຳມະການບໍ່ປະຈຳການສະພາຄວາມໝັັ້ນຄົງ, ທ່ານໄດ້ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ລັດທິຫຼາຍຝ່າຍ, ກົດບັດຂອງ ສະຫະປະຊາຊາດ ແລະ ກົດໝາຍສາກົນ. ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດໃຫ້ຮູ້ວ່າ ດ້ວຍຖານະເປັນປະທານກຸ່ມປະຕິບັດງານ, ຫວຽດນາມ ຈະໜູນຊ່ວຍຊຸກຍູ້ການໂອ້ລົມສົນທະນາບົນຈິດໃຈສ້າງສັນ, ຮ່ວມມື ລະຫວ່າງ ກຸ່ມປະຕິບັດງານ, ປະທານ, ໄອຍະການ ຂອງກົນໄກ ແລະ ຄະນະເລຂາສະຫະປະຊາຊາດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດໜ້າທີ່ຂອງກົນໄກໂດຍສະພາຄວາມໝັ້ນຄົງມອບໝາຍໃຫ້ໂດຍໄວ.

ກຸ່ມປະຕິບັດງານບໍ່ເປັນທາງການກ່ຽວກັບສານສາກົນແມ່ນອົງການຂຶ້ນກັບໂດຍສະພາຄວາມໝັ້ນຄົງສ້າງຕັ້ງມາແຕ່ປີ 2000. ປັດຈຸບັນ ຫວຽດນາມ ເປັນປະທານຂອງ 3 ອົງການຂຶ້ນກັບ, ລວມມີກຸ່ມປະຕິບັດງານ, ຄະນະກຳມະການກ່ຽວກັບ ຊູດັງ ໃຕ້ ແລະ ຄະນະກຳມະການກ່ຽວກັບ ລີບັງ. ອາຍຸການປະທານຂອງບັນດາອົງການນີ້ ແມ່ນ 2ປີ ແລະ ໂດຍບັນດາກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງດຳລົງຕຳແໜ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ