ຫວຽດ​ນາມ ເປັນ​ປະ​ທານ​ວາ​ລະ​ກອງ​ປະ​ຊ​ຸມ ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ ຢູ່ ໄຊ​ປ​ຼັດ, ລີ​ບີ

(VOVWORLD) - ຕອນເຊົ້າວັນທີ 30 ມັງກອນ, ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມ ຮັບຮອງເອົາມະຕິວ່າດ້ວຍການຕໍ່ກຳນົດເວລາເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ຂອງ ໄຊປຼັດ (UNFICYP) ແລະ ຮັບຟັງ ບົດລາຍງານກ່ຽວກັບການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ຢູ່ລີບີ (UNSMIL).
ຫວຽດ​ນາມ ເປັນ​ປະ​ທານ​ວາ​ລະ​ກອງ​ປະ​ຊ​ຸມ ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ ຢູ່ ໄຊ​ປ​ຼັດ, ລີ​ບີ - ảnh 1 ກອງປະຊຸມໂດຍຫວຽດນາມ ເປັນປະທານໃນວັນທີ 8 ມັງກອນ (ພາບ: TTXVN)

ສະພາຄວາມໝັ້ນຄົງ ສປຊ ໄດ້ ລົງປະຊາມະຕິ ຮັບຮອງເອົາ ມະຕິເລກທີ 2506 ກ່ຽວກັບການຕໍ່ກຳນົດເວລາ ເຄື່ອນໄຫວ ຂອງ UNFICYP ຮອດວັນທີ 31 ກໍລະກົດ 2020.

UNFICYP ໄດ້ສ້າງຕັ້ງແຕ່ປີ 1964 ຕາມມະຕິເລກທີ 186 ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍ ບັນດາໜ້າທີ່ຕົ້ນຕໍແມ່ນ: ປະກອບສ່ວນເຂົ້າການສະກັດກັ້ນການປະທະກັນ, ຮັກສາ ແລະ ຟື້ນຟູການປະຕິບັດກົດໝາຍ, ລະບອບລະບຽບການ, ຟື້ນຟູສະພາບການທີ່ເປັນປົກກະຕິຢູ່ ໄຊປຼັດ.

ທີ່ວາລະກອງປະຊຸມ ໄດ້ຮັບຟັງ ບົດລາຍງານກ່ຽວກັບການເຄື່ອນໄຫວຂອງ UNSMIL, ທ່ານ ເອກອັກຄະລັດຖະທູດ ຟ້ອມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຊົມເຊີຍຄວາມມານະພະຍາຍາມຂອງ ສປຊ, ບັນດາອົງການຈັດຕັ້ງໃນພາກພື້ນ ແລະ ບັນດາປະເທດທີ່ກ່ຽວຂ້ອງໃນການຊຸກຍູ້ວິວັດທະນາການສ້າງສັນຕິພາບ ຢູ່ ລີບີ, ພິເສດແມ່ນການຮັບຮອງເອົາຖະແຫຼງການຮ່ວມຂອງ ສະພາ Berlin, ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນມາດຕະການດ້ານການເມືອງໂດຍ ຊາວລີບີເປັນຜູ້ນຳພາ ແລະ ເປັນເຈົ້າຂອງ ແລະ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ລີບີ ລະງັບໃຈ, ບັນລຸໄດ້ຂໍ້ຕົດລົງຢຸດຍິງໃນໄລຍະຍາວໂດຍໄວ ແລະ ຟື້ນຟູໄດ້ວິວັດທະນາການເຈລະຈາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ