ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈ​ັດ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ງານ ອາ​ຊຽນ ກ່ຽວ​ກັບ​ທາດ​ເຄ​ມີ ແລະ ສິ່ງ​ເສດ​ເຫຼືອ

(VOVWORLD) -  ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດງານ ອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ (ກອງປະຊຸມ AWGCW-8) ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ຈະດຳເນີນໃນວັນທີ 5 – 7 ກໍລະກົດ 2023 ຢູ່ທີ່ຮ່າໂນ້ຍ.
ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈ​ັດ​ກອງ​ປະ​ຊຸມ​ຄັ້ງ​ທີ 8 ກຸ່ມ​ປະ​ຕິ​ບັດ​ງານ ອາ​ຊຽນ ກ່ຽວ​ກັບ​ທາດ​ເຄ​ມີ ແລະ ສິ່ງ​ເສດ​ເຫຼືອ - ảnh 1 ກອງປະຊຸມ AWGCW-8 ຈະດຳເນີນໃນວັນທີ 5 – 7 ກໍລະກົດ 2023 ຢູ່ທີ່ຮ່າໂນ້ຍ (ພາບ: TTXVN)

ກອງປະຊຸມດັ່ງກ່າວ ໂດຍກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບ ຄະນະເລຂາທິການອາຊຽນ ຈັດຕັ້ງ.

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ຈະປຶກສາຫາລືກ່ຽວກັບ 4 ເນື້ອໃນ ເຊິ່ງລວມມີ: ການເພີ່ມທະວີກຳລັງຄວາມສາມາດ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເຕັກໂນໂລຢີ, ການປະຕິບັດທີ່ດີທີ່ສຸດ; ຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການຮ່ວມຂອງ ອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ; ຟື້ນຟູບັນດາເຂດຖືກມົນລະພິດຍ້ອນທາດເຄມີ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ; ອັບເດດໝາກຜົນທີ່ກ່ຽວຂ້ອງເຖິງ ສົນທິສັນຍາ Stockholm ກ່ຽວກັບບັນດາທາດກໍ່ມົນລະພິດອົງຄະທາດ ທີ່ລະລາຍຍາກ (POPs) ຢູ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມ ບັນດາສົນທິສັນຍາ Basel, Rotterdam ແລະ Stockholm ປີ 2022, 2023.

          ໝາກຜົນຂອງກອງປະຊຸມດັ່ງກ່າວ ຈະປະກອບສ່ວນເຂົ້າໃນການສ້າງພາກພື້ນ ອາຊຽນ ສີຂຽວ ແລະ ຍືນຍົງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ