ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສະ​ຫະ​ພັນ​ບັນ​ດາ​ສະ​ມາ​ຄົມ​ຜູ້​ຮັບ​ຈັດ​​ການຂົນ​ສົ່ງສິນ​ຄ້າ​ສາ​ກົນ

(VOVWORLD) - ສະມາຄົມວິສາຫະກິດການບໍລິການ Logistics ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມປະຈຳປີ ພາກພື້ນ ອາຊີ - ປີຊີຟິກ ຂອງ ສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ  (FIATA), ກອງປະຊຸມກາງປີ ຂອງ ສະຫະພັນສະມາຄົມການຂົນສົ່ງ ອາຊຽນ (AFFA) ຢູ່ ນະຄອນ ດ່າໜັງ ແຕ່ວັນທີ 13  ກໍລະກົດ -  15 ກໍລະກົດ.

ປີນີ້, ສະມາຄົມວິສາຫະກິດການບໍລິການ Logistics ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມປະຈຳປີ ພາກພື້ນ ອາຊີ - ປີຊີຟິກ ຂອງ ສະຫະພັນບັນດາສະມາຄົມຜູ້ຮັບຈັດການຂົນສົ່ງສາກົນ  (FIATA), ກອງປະຊຸມກາງປີ ຂອງ ສະຫະພັນສະມາຄົມການຂົນສົ່ງ ອາຊຽນ (AFFA) ຢູ່ ນະຄອນ ດ່າໜັງ ແຕ່ວັນທີ 13  ກໍລະກົດ -  15 ກໍລະກົດ.

        ນອກຈາກບັນດາຜູ້ແທນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງແລ້ວ, ຄາດວ່າ ຈະມີຜູ້ຕາງໜ້າວິສາຫະກິດການບໍລິການ Logistics 250 ທ່ານ ທີ່ມາຈາກບັນດາປະເທດເຂົ້າຮ່ວມກອງປະຊຸມດັ່ງກ່າວ. ເຫດການນີ້ ຈະເປີດຂົວຕໍ່ການຄ້ານຳເຂົ້າສົ່ງອອກລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ ໃນບັນດາຂະແໜງການ, ຂົງເຂດຄື: ການບິນ, ພັດຕະຄານ, ໂຮງແຮມ, ການທ່ອງທ່ຽວ.

        ໃນຂອບເຂດຂອງກອງປະຊຸມດັ່ງກ່າວ ຈະຈັດລາຍການເຊື່ອມຕໍ່ການດຳເນີນທຸລະກິດ (B2B) ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ