ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28

ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ໂຄສະນາອາຊີຄັ້ງທີ 28 - ảnh 1
(ການ​ປະຊຸມ​ຂ່າວກ່ອນທີ່ຈັດ​ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28)

(vovworld) - ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ຄັ້ງ​ທີ 28 ​ໂດຍ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ, ​ເຊິ່ງ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 11 – 14 ພະຈິກ 2013 ຢູ່​ຮ່າ​ໂນ​້ຍ. ນີ້​ແມ່ນ​ເຫດການ​ໃຫຍ່​ທີ່​ສຸດ​ຂອງ​ສະຫະສະມາຄົມ​ໂຄສະນາ​ອາຊີ ​ເຊິ່ງ​ຖືກຈັດ​ຂຶ້ນ 2 ປີ​ເທື່ອໜຶ່ງ.

        ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 05 ພະຈິກ, ສະຫະສະມາຄົມ​ໂຄສະນາ​ຫວຽດນາມ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ໃຫຍ່​ໂຄສະນາ​ອາຊີ​ປີ 2013 (AdASia 2013) ຄາດ​ວ່າ​ຈະ​ຕ້ອນຮັບ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຂອງ​ອາຊີ, ພ້ອມ​ກັບ​ບັນດາ​ການ​ນຳ​ກຸ່ມ​ບໍລິສັດ​ໂຄສະນາ, ສື່ສານ, ໜັງສື​ພິມທີ່​ມີ​ຊື່​ສຽງ, ຜູ້ຕາງ​ໜ້າ​ຫ້ອງການ​ສົ່ງ​ເສີມ​ການ​ຄ້າ​ຢູ່​ອາຊີ ​ແລະ ຢູ່​ໃນ​ໂລກ​ກວ່າ 1000 ຄົນ​ເຂົ້າ​ຮ່ວມ. ທ່ານ​ດິງກວາງ​ຫືງ, ປະທານ​ສະຫະສະມາຄົມ​ໂຄງ​ສະ​ນາ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ ​ໃຫ້​ຮູ້​ວ່າ.

        “ກອງ​ປະຊຸມ​​ໃຫຍ່​ຄັ້ງ​ນີ້ ຈະ​ເຊີນ​ນັກບັນລະຍາຍອັນ​ດັບ​ໜຶ່ງ 24 ຄົນ​ຢູ່​ໃນ​ໂລກ​ກ່ຽວ​ກັບ​ດ້ານ​ສື​່ສານ ​ແລະ ​ໂຄສະນາ ​ເພື່ອ​ແລກປ່ຽນ​ບັນດາ​ຜູ້​ແທນ​ກ່ຽວ​ກັບ​ບົດຮຽນ, ຄວາມ​ຮູ້​ໃໝ່​ທີ່​ສຸດ​ກ່ຽວ​ກັບ​ການ​ໂຄສະນາ, ກຳນົດ​ທິດ​ໃຫ້ການ​ໂຄສະນາ​ຂອງ​ບັນດາ​ປະ​ເທດ​ພັດທະນາ. ຫວຽດນາມ ມີ​ນັກ​ບັນລະຍາຍ 2 ຄົນ​ເຂົ້າ​ຮ່ວມ. ສະຫະ​ສະມາຄົມ​ໂຄສະ​ນາ ກຳນົດ​ຫົວ​ຂໍ້​ທີ່​ວ່າ “ສ້າງ​ໂຄງ​ປະກອບ​ດ້ານ​ໂຄສະນາ​ສື​່ສານ​ຄືນ​ໃໝ່” ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ການ​ນຳ​ສະຫະ​ສະມາຄົມ​ໂຄສະ​ນາ, ຍ້ອນ​ມັນ​ຖືກ​ກັບ​ສະພາບ​ການ​ຄື​ປະຈຸ​ບັນ​ກ່ຽວ​ກັບ​ເສດຖະກິດ​ທົ່ວ​ໂລກ​ທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ”.

ຂ່າວ/ບົດ​ອື່ນ