ຫວຽດນາມ ແນະນຳອາຫານການກິນ ແລະ ວັດທະນະທຳກັບເພື່ອນມິດສາກົນຢູ່ ງານຕະຫຼາດນັດການທູດ ອາຟະລິກາໃຕ້ 2022

(VOVWORLD) -ທີ່ງານຕະຫຼາດນັດຄັ້ງນີ້, ສະຖານທູດ ຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົນກ່ຽວກັບປະຫວັດສາດ, ມູນເຊື້ອວັດທະນະທຳ ພ້ອມກັບພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ສວຍງາມ.
ຫວຽດນາມ ແນະນຳອາຫານການກິນ ແລະ ວັດທະນະທຳກັບເພື່ອນມິດສາກົນຢູ່ ງານຕະຫຼາດນັດການທູດ ອາຟະລິກາໃຕ້ 2022 - ảnh 1ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ
(ພາບປະກອບ: TTXVN)

ວັນທີ 22 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ ໄດ້ເຂົ້າຮ່ວມງານຕະຫຼາດນັດການທູດ ອາຟະລິກາໃຕ້ 2022 (Diplomatic Fun Fair 2022), ເຊິ່ງແມ່ນເຫດການປະຈຳປີ ໂດຍກະຊວງຮ່ວມມື ແລະ ພົວພັນສາກົນ ອາຟະລິກາ ຈັດຂຶ້ນຢູ່ນະຄອນຫຼວງ Pretoria. ທີ່ງານຕະຫຼາດນັດຄັ້ງນີ້, ສະຖານທູດ ຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົນກ່ຽວກັບປະຫວັດສາດ, ມູນເຊື້ອວັດທະນະທຳ ພ້ອມກັບພາບພົດປະເທດຊາດ, ຊາວ ຫວຽດນາມ ທີ່ສວຍງາມ. ສະຖານທູດ ຫວຽດນາມ ກໍ່ນຳມາວາງສະແດງບັນດາພາບແຕ້ມ, ພາບຖ່າຍແນະນຳກ່ຽວກັບທິວທັດທຳມະຊາດທີ່ສວຍງາມຂອງປະເທດ ຫວຽດນາມ ແລະ ເຄື່ອງສິລະປະຫັດຖະກຳ. ນອກນັ້ນ, ເພື່ອນມິດສາກົນຍັງໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ຄື: ຢໍ່ຈືນ, ກາເຟ…

ໃນບັນດາຮ້ານວາງສະແດງ, ໂຄສະນາຂອງບັນດາປະເທດ, ພ້ອມກັບການເຄື່ອນໄຫວສະແດງສິລະປະ, ດົນຕີ, ອາຫານການກິນ, ເຫດການໄດ້ສວມບົດບາດເປັນພື້ນຖານຊຸກຍູ້ ແລະ ເຊີດຊູຄວາມເປັນເອກະພາບ ແລະ ຫຼາຍຮູບຫຼາຍແບບຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ