ຫວຽດນາມ ແມ່ນສະຖານທີ່ປອດໄພ, ດຶງດູດໃຈທີ່ສຸດຢູ່ ອາຊີ

(VOVWORLD) - ຫວຽດນາມ ໄດ້ຈັດອັນດັບສູງສຸດຢູ່ພາກພື້ນ ອາຊີ ໃນຕາຕະລາງຈັດອັນດັບຂອງ Gallup, ດ້ວຍ 92/100 ຄະແນນ.
ຫວຽດນາມ ແມ່ນສະຖານທີ່ປອດໄພ, ດຶງດູດໃຈທີ່ສຸດຢູ່ ອາຊີ - ảnh 1 ຫວຽດນາມ ມີຄວາມປອດໄພ ແລະ ມີສະຖຽນລະພາບຫຼາຍກວ່າບັນດາປະເທດອື່ນໃນໂລກ
(ພາບປະກອບ: TTXVN)

        ຫວຽດນາມ ແມ່ນປະເທດປອດໄພທີ່ສຸດ, ພ້ອມທັງແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດຶງດູດທີ່ສຸດຢູ່ພາກພື້ນ ອາຊີ ໃນລະດູການທ່ອງທ່ຽວປີນີ້. ນີ້ແມ່ນການຕີລາຄາໃນເວັບໄຊ https://www.traveloffpath.com, ເຊິ່ງແມ່ນໜຶ່ງໃນບັນດາເວັບໄຊສະໜອງຂໍ້ມູນການທ່ອງທ່ຽວໃຫຍ່ທີ່ສຸດຢູ່ພາກພື້ນ ອາເມລິກາເໜືອ.

        ບົດຂຽນທີ່ເອົາລົງໃນວັນທີ 02 ມັງກອນ, ໂດຍອີງຕາມຕາຕະລາງຈັດອັນດັບຂອງ Gallup, ບໍລິສັດໃຫ້ຄຳປຶກສາ ແລະ ໄຈ້ແຍກ ມີສຳນັກງານຕັ້ງຢູ່ ວໍຊິງຕັນ (ອາເມລິກາ), ປະກາດໃນທ້າຍປີ 2023, ຕາມນັ້ນແລ້ວ, ຫວຽດນາມ ບໍ່ພຽງແຕ່ແມ່ນປະເທດ ມີສັນຕິພາບທີ່ສຸດຢູ່ ອາຊີ ເທົ່ານັ້ນ, ຫາກຍັງແມ່ນປະເທດຢຶນອັນດັບທີ 7 ໃນໂລກຕາມການພິຈາລະນາກ່ຽວກັບສະພາບແວດລ້ອມສັນຕິພາບ. ກໍ່ຕາມບົດຂຽນນີ້ແລ້ວ, ປີ 2024 ຈະແມ່ນປີທ່ອງທ່ຽວຂອງ ອາຊີ, ໃນນັ້ນທຸກຄວາມສົນໃຈຂອງແຂກທ່ອງທ່ຽວໄດ້ຫັນມາ ຫວຽດນາມ. ຫວຽດນາມ ໄດ້ຈັດອັນດັບສູງສຸດຢູ່ພາກພື້ນ ອາຊີ ໃນຕາຕະລາງຈັດອັນດັບຂອງ Gallup, ດ້ວຍ 92/100 ຄະແນນ. ໃນບົດຂຽນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ມີຄວາມປອດໄພ ແລະ ມີສະຖຽນລະພາບຫຼາຍກວ່າບັນດາປະເທດອື່ນໃນໂລກ. ເມື່ອພິຈາລະນາກ່ຽວກັບມູນຄ່າການທ່ອງທ່ຽວ, ບົດຂຽນໄດ້ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາສະຖານທີ່ດູດດື່ມທີ່ສຸດຢູ່ ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ