ຫວຽດນາມ ແລະ Bolivia ຮັດແໜ້ນການພົວພັນ ຮ່ວມມືຮອບດ້ານ

ຫວຽດນາມ ແລະ Bolivia ຮັດແໜ້ນການພົວພັນ ຮ່ວມມືຮອບດ້ານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ເປັນ​ສັກຂີ​ພິຍານ
ການເຊັນ​​ສັນຍາ​ແມ່​ກ່ຽວ​ກັບ​ການ​ຄ້າ ​​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ
(ພາບ: Quang Sơn/Vietnam+)


(vovworld) – ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ນຳ​ໜ້າມີ​ການ​ຢ້ຽມຢາມ Bolivia ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5 – 7/12. ນີ້​​ແມ່ນ​ການ​ຢ້ຽມຢາມ​ຂັ້ນສູງ​ສຸດ​ຂອງ​ການ​ນຳ ຫວຽດນາມ ​ໄປ​ຍັງ Bolivia ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ.

    ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ວັນ​ທີ 5/12, ຢູ່​ນະ​ຄອນ​ຫຼວງ La Paz, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ​ໄດ້​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ Bolivia David Choquehuanca. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ຢັ້ງຢືນ​ວ່າ: ລັ​ດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ອາ​ເມ​ລິ​ກາ ລາຕີ​ງ, ​ໃນ​ນັ້ນ​ມີ Bolivia, ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາປະຊາ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຂອງ 2 ພາກ​ພື້ນ. ພາຍຫຼັງ​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ເປັນ​ສັກຂີ​ພິຍານເລື່ອງທ່ານ​ຮອງ​ລັ​ດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ​ເຈີ່ນ​ຕວນ​ແອ​ງ ​ແລະ ທ່ານຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຮັບ​ຜິ​ດຊອບ​ດ້ານ​ການ​ຄ້າ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງເຂົ້າກັບສາກົນ Clarems Endara ​ເຊັນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ຄ້າ ​​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ, ເຊິ່ງເປັນການສ້າງ​ພື້ນຖານ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ນີ້.

    ​ແລະ​ກໍ່​ໃນ​ວັນ​ດຽວກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ, ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ Bolivia ​ໂດຍ​ສະຫະພັນ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຂອງ Bolivia (CEPB) ຈັດ​ຕັ້ງ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ເລື່ອງ​ຄະນະ​ຜູ້​ແທນ​ລັດຖະບານ ຫວຽດນາມ ຢ້ຽມຢາມ Bolivia ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ພ້ອມ​ກັບ ລັດຖະບານ Bolivia ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ, ​ໃນ​ນັ້ນ​ເສດຖະກິດ - ການ​ຄ້າ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ຈຸດ​ສຸມ, ສ້າງ​ເງື່ອນ​ໄຂ​ໃຫ້​​ແກ່​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ.

 


ຂ່າວ/ບົດ​ອື່ນ