ຫວຽດນາມ ແລະ EU ຈະກ່າຍເປັນບັນດາ ຄູ່ຮ່ວມມືສຳຄັນໃນໄລຍະທີ່ຈະມາເຖິງ

ຫວຽດນາມ ແລະ EU ຈະກ່າຍເປັນບັນດາ ຄູ່ຮ່ວມມືສຳຄັນໃນໄລຍະທີ່ຈະມາເຖິງ - ảnh 1
( ພາບ : http://www.vietnamplus.vn/)

ຕອນ​ເຊົ້າ​ວັນ​ທີ 7 ທັນວາ, ຢູ່ Brucxen, ປະ​ເທດ ​ແບນ​ຊິກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽ​ດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ຫວຽດນາມ ທີ່​ພວມ​ຢູ່​ຢ້ຽມຢາມສັນຖະວະ​ໄມຕີ​ລາ​ສະ​ອານາຈັກ​​ ແບນ​ຊິກ ​ແລະ ລັດຖະສະພາ​ເອີ​ລົບ ຢ່າງ​ເປັນ​ທາງ​ການ, ​​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ປະທານ​ສະພາ​ເອີ​ລົບ Henrmen Van Rompuy. ຢູ່​ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ເອີ​ລົບ Henrmen Van Rompuy ​ໄດ້ຢືນຢັນ​ວ່າ, ສະພາ ​ເອີ​ລົບ ​ພວມ​ມານະ​ພະຍາຍາມ​ ຊ່ວຍ​ເຫຼືອ ຫວຽດນາມ ປະຕິ​ຮູບ​ເສດຖະກິດ ​ແລະ ບັນດາ​ຂົງ​ເຂດ​ອື່ນ​ໆ​ໃຫ​້ດີກວ່າ​ອີກ, ກໍ່​ຄື​ກ່ຽມພ້ອມ​​ໃຫ​້ການ​ຊ່ວຍ​ເຫຼືອ ຫວຽ​ດນາມກ່ຽວ​ກັບ​ດ້ານ​ເສດຖະກິດ​ເພື່ອ​ສາມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທ້າຍ​ໃນ​ອານາ​ຄົດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ່​ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື EU ​​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜື່ງ​ໃນ​ນະ​ໂຍບາຍການ​ຕ່າງປະ​ເທດ. ນະ​ໂຍບ່າຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ ຫວຽດນາມ​ໃນ​ການ​ພົວພັນ​ກັບ EU ​ແມ່ນ​ປາດ​ຖະໜາ​ຢາກ​ສ້າງ “ ສາຍ​ພົວພັນ​ຄູ່​ຮ່ວມ​ມື​ສະ​ເໜີ​ພາບ, ຮ່ວມ​ມື​ຢ່າງຮອບດ້ານ ​ແລະ ຍາວ​ນານ​ເພື່ອ​ສັນຕິພາບ, ການພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ EU ຈະ​ສືບ​ຕໍ່​ອຸປະຖຳ​ທຶນ ODA ​ໃຫ້​ແກ່ ຫວຽດນາມ ​ເພື່ອ​ຮັກສາ​ບັນດາ​ຜົນງານ​ທີ​ບັນລຸ​ໄດ້​ຢ່າງ​ໝັ້ນຄົງ ພິ​ເສດ​ໃນ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫຼຸດຜ່ອນ​ຄວາ​ທທຸກ​ຍາກທີ່ ຫວຽດນາມ​ ບັນລຸ​ໄດ້ ​ແລະ ຊ່ວຍ​ເຫຼືອ ຫວຽດນາມຫັນປ່ຽນ​ຮູບ​ແບບ​ພັດທະນາ​ເສດຖະກິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​”. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດ່ຽວ​ກັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ກໍ່​ໄດ້ພົບ​ປະ​ກັບ​ທ່ານ Kris Peeter, ຜູ້​ວ່າການ​ເຂດ Flander, ​ໃຊ້ພາສາ ໂຮ​ມລັງ .

ຂ່າວ/ບົດ​ອື່ນ