ຫວຽດ​ນາມ ແລະ Israel ຈັດ​ຮອບ​ເ​ຈ​​ລະ​ຈາ​ ສັນ​ຍາ​ການ​ຄ້າ​ເສ​ລີຄັ້ງທີ 11

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະສັນໂດຍພື້ນຖານ ກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ, ພິເສດ ແມ່ນບັນດາເນື້ອໃນກ່ຽວຂ້ອງເຖິງການເປີດປະຕູຕະຫຼາດຢູ່ແຕ່ລະປະເທດ.
ຫວຽດ​ນາມ ແລະ Israel ຈັດ​ຮອບ​ເ​ຈ​​ລະ​ຈາ​ ສັນ​ຍາ​ການ​ຄ້າ​ເສ​ລີຄັ້ງທີ 11  - ảnh 1

 (ພາບ: TTXVN  )

  ຮອບເຈລະຈາທີ 11 ຂຶ້ນກັບການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ Israel (VIFTA) ໄດ້ຈັດຂຶ້ນແຕ່ວັນທີ 1-5 ສິງຫາຢູ່ Israel. ຄະນະເຈລະຈາຂອງຫວຽດນາມ ໂດຍຜູ້ຕາງໜ້າກະຊວງອຸດສາຫະກຳ ການຄ້າ ເປັນຫົວໜ້າຄະນະ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງການເງິນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງແຜນການ ແລະ ການລົງທຶນ…

ທີ່ຮອບເຈລະຈາທີ 11, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນຄື: ການເປີດປະຕູຕະຫຼາດສິນຄ້າ, ພາສີ ແລະ ສ້າງເງື່ອນໄຂສະດວກດ້ານການຄ້າ, ລະບອບລະບຽບການດ້ານກົດໝາຍ, ການບໍລິການ ແລະ ການລົງທຶນ…. ສອງຝ່າຍໄດ້ເຫັນດີເປັນເອກະສັນໂດຍພື້ນຖານ ກ່ຽວກັບຫຼາຍເນື້ອໃນທີ່ສຳຄັນ, ພິເສດ ແມ່ນບັນດາເນື້ອໃນກ່ຽວຂ້ອງເຖິງການເປີດປະຕູຕະຫຼາດຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ