ຫວຽດ​ນາມ ແລະ Tonga ສ້າງ​ຕັ້ງ​ກ​ານ​ພົວ​ພັນ​ທາງ​ການ​ທູດ

(VOVWORLD) - ທ່ານລັດຖະມົນຕີການຕ່່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ເຫດການນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ ໃນໄລຍະຈະມາເຖິງ
ຫວຽດ​ນາມ ແລະ Tonga ສ້າງ​ຕັ້ງ​ກ​ານ​ພົວ​ພັນ​ທາງ​ການ​ທູດ - ảnh 1ພິທີລົງນາມຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ Tonga (ພາບ: VOV)

ໃນຂອບເຂດການປຶກສາຫລືລວມຂັ້ນສູງກອງປະຊຸມ ສະມັດຊາໃຫຍ່ ສປຊ ຢູ່ນິວຢອກ (ອາເມລິກາ), ວັນທີ 21 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາງ Fekitamoeloa Utoikamanu ລັດຖະມົນຕີການຕ່າງປະເທດ ລາຊະອານາຈັກ Tonga, ໄດ້ພ້ອມກັນເປັນສັນຂີພິຍານພິທີລົງນາມຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ Tonga. ພິທີລົງນາມໄດ້ດຳເນີນລະຫວ່າງເອກອັກຄະລັດຖະທູດ 2 ທ່ານ, ຫົວໜ້າຄະນະຜູ້ຕາງໜ້າສອງປະເທດປະຈຳ ສປຊ.

ທ່ານລັດຖະມົນຕີການຕ່່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ເຫດການນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາການພົວພັນສອງຝ່າຍ ໃນໄລຍະຈະມາເຖິງ, ຕອບສະໜອງຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ມິດຕະພາບໃນພາກພື້ນ ແລະ ໂລກ.

ສ່ວນທ່ານນາງ Fekitamoeloa Utoikamanu ກໍ່ສະແດງຄວາມຍິນດີຕໍ່ເລື່ອງສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ ແລະ ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນ ໃນການຮ່ວມມືຫຼາຍຢ່າງ. ທ່ານນາງສະແດງຄວາມປາດຖະໜາຢາກໃຫ້ສອງປະເທດພ້ອມກັນຊຸກຍູ້ການຮ່ວມມືໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື ການທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ