ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ

(VOVWORLD) -  ນະທີ່ນີ້, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງ 2 ປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ
 
ຫວຽດນາມ ແລະ ຍີ່ປຸ່ນ ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ - ảnh 1ພົນເອກ Yamazaki Koji ແລະ ພົນໂທ ຟານວັນຢາງ

ຕອນບ່າຍວັນທີ 8 ມັງກອນ, ຢູ່ຮ່າໂນ້ຍ, ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຕ້ອນຮັບພົນເອກ Yamazaki Koji, ເສນາທິການໃຫຍ່ກຳລັງປ້ອງກັນໜ້າດິນຂອງ ຍີ່ປຸ່ນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ: ໃນຊຸມປີຜ່ານມາ, ການຮ່ວມມືໃນຂົງເຂດປ້ອງກັນຊາດລະຫວ່າງ 2 ປະເທດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມືລະຫວ່າງກຳລັງທະຫານບົກ 2 ປະເທດ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

        ກ່ອນໜ້ານັ້ນ, ຄະນະຜູ້ແທນກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໂດຍທ່ານພົນຕີ ຟ້າມຮົ່ງເຮືອງ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເປັນກອງຄະນະໄດ້ເຈລະຈາກັບຄະນະກອງເສນາທິການໃຫຍ່ກຳລັງປ້ອງກັນໜ້າດິນ ຍີ່ປຸ່ນ ໂດຍພົນເອກ Yamazaki Koji ເປັນຫົວໜ້າຄະນະ. ທີ່ການເຈລະຈາ, 2 ຝ່າຍໄດ້ຕີລາຄາໝາກຜົນແຫ່ງການຮ່ວມມື, ການກຳນົດທິດທາງເນື້ອໃນການຮ່ວມມືລະຫວ່າງກຳລັງທະຫານບົກ ຫວຽດນາມ ແລະ ຍີ່ປຸ່ນ, ພິເສດແມ່ນໃນຂົງເຂດຮັກສາສັນຕິພາບ ສປຊ, ໜູນຊ່ວຍກຳລັງຄວາມສາມາດໜູນຊ່ວຍມະນຸດສະທຳ, ແກ້ໄຂໄພພິບັດ, ຮ່ວມມືດ້ານເສນາຮັກ, ແລກປ່ຽນຄຳເຫັນກ່ຽວກັບສະພາບການສາກົນ, ພາກພື້ນ. 2 ຝ່າຍກໍ່ເຫັນດີເປັນເອກະພາບບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງກຳລັງທະຫານບົກ 2 ປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ