ຫວຽດນາມ ແລະ ຟີລິບປິນ ຢຶດໝັ້ນມາດຕະການສັນຕິພາບໃນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ

(VOVWORLD) -ວັນທີ 27 ສິງຫາ, ຢູ່່ສໍານັກງານສູນກາງພັກ, ທ່ານເຈີ່ນກັວກເວື້ອງ, ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາທິປະໄຕ ຟິລິບປິນ - ສິດອໍານາດປະຊາຊົນ (PDP – Laban), ໂດຍທ່ານ Alfonso Gaba Cusi ຮອງປະທານພັກ ທັງເປັນລັດຖະມົນຕີກະຊວງພະລັງງານ ຟິລິບປິນ, ເຊິ່ງພວມມີການຢ້ຽມຢາມຫວຽດນາມ ຕາມຄໍາເຊື້ອເຊີນຂອງຄະນະບໍລິຫານງານສູງກາງພັກກອມມູນິດຫວຽດນາມ. 

ຫວຽດນາມ ແລະ ຟີລິບປິນ ຢຶດໝັ້ນມາດຕະການສັນຕິພາບໃນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ - ảnh 1ທ່ານເຈີ່ນກັວກເວື້ອງ, ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Alfonso Gaba Cusi ຮອງປະທານພັກ ປະຊາທິປະໄຕ ຟິລິບປິນ - ສິດອໍານາດປະຊາຊົນ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຈີ່ນກັວກເວື້ອງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງພັກ ຈະຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມນໍາກັນ ໃຫ້ມີປະສິດທິຜົນ ແລະ ແທດຈິງ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງສອງພັກ, ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ສ້າງກໍາລັງໜູນຢ່າງແຮງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະຟິລິບປິນ.

        ການນໍາສອງທ່ານເນັ້ນໜັກວ່າ ຫວຽດນາມ ແລະ ຟິລິບປິນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ພ້ອມທັງເປັນສະມາຊິກ ອາຊຽນ, ມີຫຼາຍຈຸດຄ້າຍຄືກັນ. ນັ້ນແມ່ນພື້ນຖານ ແລະ ເງື່ອນໄຂເພື່ອໃຫ້ສອງປະເທດຮ່ວມມື ແລະ ພັດທະນາ. ຫວຽດນາມ ແລະ ຟິລິບປິນ ກໍພ້ອມກັນແບ່ງປັນທັດສະນະຢືດໝັ້ນມາດຕະການສັນຕິພາບໃນການແກ້ໄຂບັນດາຄວາມຂັດແຍ້ງກັນໃນທະເລຕາເວັນອອກ, ເຊິ່ງຟິລິບປິນ ເອີ້ນວ່າ ທະເລຕາເວັນຕົກ ຟິລິບປິນ, ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາກົດໝາຍທະເລ (UNCLOS) 1982.

        ກ່ອນໜ້ານັ້ນ, ທ່ານຮວ່າງບິງກັວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ໄດ້ມີການເຈລະຈາກັບທ່ານ Alfonso Gaba Cusi ແລະ ຄະນະຜູ້ແທນພັກ PDP – Laban. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກ PDP – Laban.

ຕອບກັບ

ຂ່າວ/ບົດ​ອື່ນ