(ຫວຽດນາມ ແລະ ມຽນມາເພີ່ມທະວີການຮ່ວມມື
ໃນຂົງເຂດສື່ມວນຊົນ-ສື່ສານ)
(vovworld) - ວັນທີ 20/1, ຢູ່ສູນກະຈາຍສຽງແຫ່ງຊາດ, 58 ຖະໜົນກວ໋ານຊື໋, ຮ່າໂນ້ຍ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ຫງວຽນດັງຕ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຖະແຫຼງຂ່າວມຽນມາ, ໂດຍທ່ານລັດຖະມົນຕີວ່າການ YeHtut ນຳໜ້າ, ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ຢືນຢັນວ່າ, ກະຈາຍສຽງມີບົດບາດສຳຄັນໃນຊີວິດສັງຄົມ, ພ້ອມກັນນັ້ນ, ສື່ເອເລກໂຕນິກກໍ່ມີບົດບາດສຳຄັນໃນລະບົບສື່ສານ. ຜູ້ອຳນວຍການໃຫຍ່ VOV ແລະ ທ່ານລັດຖະມົນຕີວ່າການກະຊວງຖະແຫຼງຂ່າວມຽນມາ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນທຸກຮູບການສື່ມວນຊົນ. ເມື່ອແບ່ງປັນບົດຮຽນຂອງ VOV ກ່ຽວກັບການຈັດທຳລາຍການໃນຊ່ອງ VOV ຄົມມະນາຄົມແຫ່ງຊາດ, ຊ່ອງໂທລະພາບສະພາແຫ່ງຊາດ ແລະ ສື່ເອເລກໂຕນິກ vov.vn, ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ, ໃຫ້ຮູ້ວ່າ:
“ຊ່ອງ vov ຄົມມະນາຄົມ ໄດ້ພິສູດໃຫ້ເຫັນວ່າ, ກະຈາຍສຽງຍັງຄົງຕົວຢູ່ເຂດຕົວເມືອງ, ມັນບໍ່ພຽງແຕ່ໂຄສະນາບັນດາຂໍ້ມູນຂ່າວກ່ຽວກັບບັນຫາຄົມມະນາຄົມເທົ່ານັ້ນ, ຫາກຍັງໂຄສະນາບັນດາບັນຫາເສດຖະກິດ, ສັງຄົມ, ຊີວິດສັງຄົມອີກດ້ວຍ… ສ່ວນຊ່ອງໂທລະພາບສະພາແຫ່ງຊາດ, ບໍ່ພຽງແຕ່ໂຄສະນາບັນດາການເຄື່ອນໄຫວຂອງສະພາຫ່ງຊາດ, ຂອງບັນດາສະມາຊິກສະພາແຫ່ງຊາດຢູ່ 63 ແຂວງ, ນະຄອນເທົ່ານັ້ນ, ຫາກຍັງສ່ອງແສງເຖິງການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນອີກ. ຍ້ອນເຫດນັ້ນ, ພວກເຮົາສາມາດລົງນາມໃນເອກະສານຮ່ວມມືໃນຫຼາຍຂົງເຂດຄື: ແລກປ່ຽນລາຍການວັດທະນະທຳ, ສິລະປະ, ກິລາ, ທ່ອງທ່ຽວຂອງມຽນມາ… ຜ່ານນັ້ນພວກເຮົາຈະເຂົ້າໃຈກັນກວ່າ“.
ສ່ວນທາງຝ່າຍມຽນມາ, ທ່ານລັດຖະມົນຕີວ່າການ YeHtut ຫວັງວ່າ VOV ຈະຊ່ວຍເຫຼືອດ້ານວິຊາການໃຫ້ວິທະຍຸ - ໂທລະພາບແຫ່ງຊາດມຽນມາ ໃນຂົງເຂດຈັດທຳລາຍການກະຈາຍສຽງຄົມມະນາຄົມ ແລະ ສື່ເອເລກໂຕນິກ, ກໍ່ຄືພ້ອມທັງສະເໜີໃຫ້ VOV ສົມທົບກັບ ວິທະຍຸ - ໂທລະພາບແຫ່ງຊາດມຽນມາ ຈັດທຳລາຍການກະຈາຍສຽງ - ໂທລະພາບກ່ຽວກັບການທ່ອງທ່ຽວກໍ່ຄືບັນດາບັນຫາເຊິ່ງທັງສອງຝ່າຍຕ່າງມີຄວາມສົນໃຈ.
ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ແລະ ທ່ານລັດຖະມົນຕີວ່າການ YeHtut ເຫັນດີຈະລົງນາມໃນບົດບັນທຶກຮ່ວມມືສະບັບໃໝ່ລະຫວ່າງ VOV ກັບ ວິທະຍຸ - ໂທລະພາບແຫ່ງຊາດມຽນມາໃນປີນີ້.